ສືບຕໍ່ເສີມຂະຫຍາຍກຳລັງແຮງຂອງສື່ມວນຊົນປະຕິວັດຫວຽດນາມ

ສືບຕໍ່ເສີມຂະຫຍາຍກຳລັງແຮງຂອງສື່ມວນຊົນປະຕິວັດຫວຽດນາມ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມການມອບລາງວັນສື່ມວນຊົນ
(ພາບ: ສື່ເອເລັກໂຕນິກຕຳຫຼວດປະຊາຊົນ)

(vovworld) –  ​ ຕອນ​ຄຳ່​ວັນ​ທີ 21/6, ທີ່​ຫໍ​ວັດທະນະທຳ​ມິດ​ຕະພາບ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 91 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ (21/6/1925 – 21/6/2016) ​ແລະ ພິທີ​ມອບ​ລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 10 ປີ 2015. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ຢັ້ງຢືນ​ວ່າ: ດ້ວຍ 91 ປີທີ່ຮ່ວມ​ເດີນທາງ​ພ້ອມ​ກັບຊາ​ດ, ສື່​ມວນ​ຊົນ ຫວຽດນາມ ​ໄດ້​ເຕີບ​​ໃຫຍ່, ​ເຂັ້ມ​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ຢ່າງເໝາະ​ສົມ​ເຂົ້າ​ໃນ​ພາລະ​ກິດ​ການ​ຕໍ່ສູ້, ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສື່​ມວນ​ຊົນ ຫວຽດນາມ ​ໄດ້ມີ​ບາດກ້າວ​ພັດທະນາຢ່າງ​​ເຂັ້ມ​ແຂງ, ນັບ​ມື້​ນັບ​ສະ​ແດງ​ບົດບາດ ​ແລະ ທັດສະນະ​ຂອງ​ພັກ, ລັດ, ຂອງ​ອົງການຈັດ​ຕັ້ງ​ການ​​ເມືອງ, ສັງຄົມ​ເປັນ​ຢ່າງ​ດີ ​ແລະ​ ​ແມ່ນ​ເວທີ​ປ​າ​ໄສຂອງ​ປະຊາຊົນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ​ເນັ້ນ​ໜັກ​ວ່າ:

        “​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ສັນຕິພາບ, ການ​ຮ່ວມ​ມື, ການພັດທະນາ​ຍັງ​ແມ່ນ​ທ່າ​ອ່ຽງ​ໃຫຍ່ ​ແຕ່​ສົງຄາມ, ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜິວ​ພັນ ​ແລະ ສາສະໜາ, ການ​ຂັ​ດ​ແຍ່ງ​ກ່ຽວ​ກັບ​ຊາຍ​ແດນ​ຜືນ​ແຜ່ນດິນ, ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ສືບ​ຕໍ່​ໄດ້​ດຳ​ເນີນ​ໄປ​ຢູ່​ຫຼາຍ​ບ່ອນ​ດ້ວຍ​ລັກສະນະ, ລະດັບ​ນັບ​ມື້​ນັບ​ອັນຕະລາຍ. ​ໃນ​ສະພາບ​ການ​ນັ້ນ, ໜ້າ​ທີ່​ໄດ້​ວາງ​ອອກ​ໃຫ້​ສື່​ມວນ​ຊົນ ຫວຽດນາມ ​ແມ່ນ​ໜັກໜ່ວງ ​ແຕ່​ສະ​ຫງ່າລາສີທີ່​ສຸດ. ສິ່ງ​ດັ່ງກ່າວ​ຮຽກ​ຮ້ອງ​ໃຫ້​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ຕ້ອງ​ສືບ​ຕໍ່​ປ່ຽນ​​ໃໝ່​ຢ່າງ​ແຮງ​ກ່ຽວ​ກັບ​ເນື້ອ​ໃນ, ບືນ​ຕົວ​ຂຶ້ນ, ທັນ​ສະ​ໄໝ​ກ່ຽວ​ກັບ​ຮູບ​​ແບບ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ, ກ່ຽວ​ກັບ​ພື້ນຖານ​ວັດຖຸ​ດ້ານເຕັກນິກ ​​​ແລະ ​ເຕັກ​ໂນ​ໂລ​ຢີຮັບປະກັນ​ຄວາມ​ປອດ​ໄພ​ລະບົບ ​ແລະ ຄວາມ​ປອດ​ໄພ​ໃນ​ດ້ານ​ຂໍ້​ມູນ​ຂ່າວສານ. ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ກຳລັງ​ດຶງ​ດູດ​ມະຫາຊົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຢ່າງ​ບໍ່​ຢຸດ​ຢັ້ງ.”


ຂ່າວ/ບົດ​ອື່ນ