ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ພົບປະກັບທ່ານ ຟ້າມມີງຈິງ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 17/01, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ພົບປະກັບທ່ານ ຟ້າມມີງຈິງ ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຖືວ່າ: ເລື່ອງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດແມ່ນສຳຄັນທີ່ສຸດ ແລະ ປາດຖະໜາຢາກປະກອບສ່ວນ ແລະ ສະໜັບສະໜູນ ຫວຽດນາມ ໃນການປະຕິບັດໂຄງການກໍ່ສ້າງພະນັກງານການນຳຄຸ້ມຄອງທຸກຂັ້ນ. ທ່ານ ຟ້າມມີງຈິງ ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ປາດຖະໜາວ່າ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ເພື່ອໃຫ້ກຸ່ມສະມາຊິກລັດຖະສະພາມິດຕະພາບ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ. ໜູນຊ່ວຍ ຫວຽດນາມ ໃນຂົງເຂດກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ປະຕິຮູບດ້ານບໍລິຫານ.