ສັບ​ປະ​ດາ ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ເຂັ້ມ​ຂຸ້ນໄປ​ດ້ວຍ​ສີ​ສັນ​ຊາດ

(VOVWORLD) -ເຫດການນີ້ ແມ່ນໜຶ່ງໃນບັນດາເນື້ອໃນຂອງການປະຕິບັດແຜນການຮ່ວມມື ວັດທະນະທຳ ສິລະປະ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄລຍະ 2018-2022...

ສັບ​ປະ​ດາ ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ເຂັ້ມ​ຂຸ້ນໄປ​ດ້ວຍ​ສີ​ສັນ​ຊາດ - ảnh 1ການສະແດງສິລະປະທີ່ພິທີໄຂສັບປະດາວັດທະນະທໍາຫວຽດນາມ ຢູ່ກໍາປູເຈຍ 

(ພາບ: TTXVN)

ຕອນຄ່ຳວັນທີ 11 ກັນຍາ, ທີ່ໂຮງລະຄອນ Chaktomuk, ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ ໄຂສັບປະດາ ວັດທະນະທຳ ຫວຽດນາມ 2018 ຂຶ້ນ ຢູ່ປະເທດກຳປູເຈຍ, ເຫດການນີ້ ແມ່ນໜຶ່ງໃນບັນດາເນື້ອໃນຂອງການປະຕິບັດແຜນການຮ່ວມມື ວັດທະນະທຳ ສິລະປະ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄລຍະ 2018-2022 ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 73 ປີ. ກ່າວຄຳເຫັນໄຂພິທີດັ່ງກ່າວ, ທ່ານ ເລແຄ໋ງຫ້າຍ ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ກ່ນທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ:

ບັນດາລາຍການວັດທະນະທຳ ຂອງສອງປະເທດໄດ້ຈັດຕັ້ງຢ່າງເປັນປົກກະຕິ ແລະ ມີຄວາມໝາຍສຳຄັນ ໃນການເພີ່ມທະວີ ຄວາມສາມັກຄີມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ. ຜ່ານເຫດການນີ້, ຫວຽດນາມ ຢາກແນພະນຳຕໍ່ປະຊາຊົນ ກຳປູເຈຍ ແລະ ເພື່ອນມິດສາກົນ ກ່ຽວກັບຄວາມງາມດ້ານວັດທະນະທຳ ຂອງຫວຽດນາມ ຜ່ານລາຍການສະແດງສິລະປະ ຮ້ອງເພງ, ຟ້ອນ, ເສບດົນຕີພື້ນເມືອງ, ເຕັ້ນບາເລ່ ແລະ ສະແດງກາຍະສິນຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ