(ພາບ: tinmoi.vn)
(vovworld) - ແຕ່ວັນທີ 23-26/3, ຢູ່ນະຄອນຫວີງອຽນ ແຂວງຫວີງຟຸກ ໄດ້ດຳເນີນ “ສັບປະດາວັດທະນະທຳທ່ອງທ່ຽວຫວີງຟຸກ 2013“ ດ້ວຍບັນດາການເຄື່ອນໄຫວພິເສດສະເພາະ ຊື່ງຖືກຈັດຂຶ້ນຢູ່ນະຄອນຫວີງອຽນ, ເທດສະບານຕາແສງຟຸກອຽນ, ເມືອງເລີບແທກ ແລະ ເມືອງຕາມດາວ. ກ່າວຄຳເຫັນທີ່ພິທີໄຂເມື່ອຕອນຄ່ຳວັນທີ 24/3, ທ່ານຮອງນາຍົກລັດຖະມົນຕີຫງວຽນທ້ຽນເຍີນ ເນັ້ນໜັກວ່າ:
“ສັບປະດາວັດທະນະທຳທ່ອງທ່ຽວຫວີງຟຸກ ນອນໃນບັນດາການເຄື່ອນໄຫວທ່ອງທ່ຽວເຂດທົ່ງພຽງແມ່ນ້ຳແດງ. ລັດຖະບານປາດຖະໜາຢາກພັດທະນາການທ່ອງທ່ຽວຢູ່ເຂດຕ່າງໆຈະໄດ້ຮັບການຍູ້ແຮງ, ໃນນັ້ນມີເຂດທົ່ງພຽງແມ່ນ້ຳແດງ. ເນື່ອງໃນໂອກາດໄຂສັບປະດາວັດທະນະທຳທ່ອງທ່ຽວຫວີງຟຸກ ຂ້າພະເຈົ້າເຊື່ອໝັ້ນວ່າ, ບັນດາແຂວງໃນເຂດຈະບັນລຸໄດ້ບັນດາໝາກຜົນທີ່ດີໃນການພັດທະນາການທ່ອງທ່ຽວ, ປະຕິບັດສຳເລັດໜ້າທີ່ນີ້ເປັນຢ່າງດີ“