ສັບປະດາວັດທະນະທຳຫວຽດນາມໄຂຂຶ້ນຢູ່ Tehran

ສັບປະດາວັດທະນະທຳຫວຽດນາມໄຂຂຶ້ນຢູ່ Tehran - ảnh 1
ພິ​ທີ​ຕັດ​ແຖບ​ຜ້າ​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຢູ່ ເຕ​ເຮ​ຣານ

(vovworld) -  ຕອນ​ຄ່ຳ​ວັນ​ທີ 24/12, ທີ່ໂຮງລະຄອນ​ນະ​ຄອນຫຼວງ Tehran, ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຣານ​ໄດ້​ຈັດ​ຕັ້ງ​​ພິ​ທີໄຂ​​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ຢູ່​ອີ​ຣານ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີໄຂ​​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​, ທ່ານ ຫງວຽນ​ຮົ່ງ​ແທກ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຣານ ຢືນ​ຢັນ​ວ່າ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ນີ້ ຈະຊ່ວຍ​ໃຫ້​ຊາວ​ຫວຽດ​ນາມ ແລະ ​ອີ​ຣານ​ມີ​ຄວາມ​ໃກ້​ຊິດ​ຕິດ​ແທດ​ກັກ​ວ່າ​, ເຂົ້າ​ໃຈ​ກັນ​ກວ່າ​ອີກ ແລະ ໃຫ້​ຊ່ວຍແກ່​ການ​ພົວ​ພັນ​ສອງ​ຝ່າຍ​ນັບ​ມື້​ນັບ​ພັດ​ທະ​ນາ. ຕາງ​ໜ້າ​ໃຫ້​ບັນ​ດາ​ເພື່ອນ​ອີ​ຣານ ທ່ານ Ghodrat Ali Hesshmatian ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ພັກ​ອີ​ຣານ ​ໄດ້ເນັ້ນ​ໜັກເຖີງ ນ້ຳ​ໃຈ​ຂອງ​ຊາວ​ອີ​ຣານ​ສຳ​ລັບ​ຫວຽດ​ນາມ ນັບ​ແຕ່ຊຸ່ມ​ປີ​ສົງ​ຄາມ​ມາເຖີງ​ປັດ​ຈຸ​ບັນ. ຊົມ​ເຊີມ​ຂໍ້​ລິ​ເລີ່ມ​ຂອງ​ສະ​ຖານ​​ທູດຫວຽດ​ນາມ​ຈັດ​ຕັ້ງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່​ອີ​ຣານ. ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ອີ​ຣານ​ຍັງ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ສຽງ​ດົນ​ຕີ​ພື້ນ​ເມືອງພ້ອມ​ກັບ​ບັນ​ດາທຳນອງເພງພື້ນເມືອງ quan họ Bắc Ninh ຂອງ​ບັນ​ດານັກສິລະປິນ​ຫວຽດ​ນາມ. ບັນ​ຍາ​ກາດ​ຫວຽດ​ນາມ ຂອງວັນ​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ຍັງໄດ້​ນັບ​ການ​ສະ​ແດງ​ອອກ​ດ້ວຍຮູບ​ພາບ 20ແຜ່ນ ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຍາດ ແລະ ​ການ​ດຳ​ລົງຊີ​ວິດ​​ຂອງຊາວ​ຫວຽດ​ນາມ ໂດຍ ບັນ​ດາ​ນັກ​ຖາຍ​ຮູບ​ຫວຽດ​ນາມ ແລະ ອີ​ຣານ ​ງ່າຍ​ຮູບ.

         ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ຫວ​ໜດ​ນາມ ຈະ​ສືບ​ຕໍ່ໄດ້​ຮັບ​ການ​ຈັດ​ຕັ້ງ​ເຖີງວັນທີ 29/12 ທີ່ 5 ນະ​ຄອນອື່ນ​ອີກ, ນັ້ນ​ແມ່ນ Shiraz, Esfahan, ເກາະ Kish, Tabriz ແລະ  Kashan.


ຂ່າວ/ບົດ​ອື່ນ