ລາຍການວັດທະນະທຳສິລະປະແຄນຂອງຊາວເຜົ່າມົ້ງ
(ພາບ: baoyenbai.com.vn)
(vovworld) – ຕອນຄ່ຳວັນທີ 13/9, ຢູ່ເມືອງ ມູ່ກາງຈາຍ ແຂວງ ອຽນບ໋າຍ, “ສັບປະດາວັດທະນະທຳ ແລະ ທ່ອງທ່ຽວເຂດນາຂັ້ນໄດມູ່ກາງຈາຍເຊິ່ງແມ່ນທັດສະນີຍະພາບແຫ່ງຊາດ ປີ 2015” ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍຫົວຂໍ້ “ນາຂັ້ນໄດເຖິງພູ”. ພິທີໄດ້ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນບັນດາເຜົ່າໃນເມືອງເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ພາຍຫລັງພິທີໄຂ, ລາຍການວັດທະນະທຳສິລະປະ, ສະແຄນຂອງຊາວເຜົ່າມົ້ງ ທີ່ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າ ໄດ້ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນມາຊົມເປັນຈຳນວນຫລວງຫລາຍ. ໃນຂອບເຂດສັບປະດາວັດທະນະທຳ, ຍັງມີການເຄື່ອນໄຫວເອກະລັກສະເພາະຫລາຍຢ່າງຄື: ຕະຫລາດນັດເຂດພູດອຍ, ການສາຍຮູບເງົາເອກະສານແນະນຳກ່ຽວກັບການທ່ອງທ່ຽວ ອຽນບ໋າຍ, ສາຍຮູບເງົາກ່ຽວກັບປະຫວັດສາດ, ວັດທະນະທຳຂອງບັນດາເຜົ່າໃນບໍລິເວນເມືອງ; ງານວາງສະແດງຮູບພາບ “ມູກາງຈາຍ - ນາຂັ້ນໄດ”…
ສັບປະດາວັດທະນະທຳ ແລະ ທ່ອງທ່ຽວນາຂັ້ນໄດ ມູກາງຈາຍ ເຊິ່ງແມ່ນທັດສະນີຍະພາບແຫ່ງຊາດ ປີ 2015 ດຳເນີນຮອດວັນທີ 20/9.