ສັບປະດາສະແດງແຟຊັນສາກົນຫວຽດນາມລະດູໃບໄມ້ຫຼົ່ນຕໍ່ລະດູໜາວ2016
ສັບປະດາສະແດງແຟຊັນສາກົນຫວຽດນາມ
ລະດູໃບໄມ້ຫຼົ່ນຕໍ່ລະດູໜາວ2016
(ພາບ: ອີນເຕີແນັດ)
(vovworld) - ເປັນຄັ້ງທຳອິດ, ເຫດການແຟຊັນ ທີ່ມີລະດັບນະສາກົນໃຫຍ່ທີ່ສຸດຢູ່ຫວຽດນາມ - ສັບປະດາແຟຊັນສາກົນຫວຽດນາມ (Vietnam International Fashion Week) ລະດູໃບໄມ້ຫຼົ່ນຕໍ່ລະດູໜາວ 2016 ຈະໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 01 – 06/11, ຢູ່ຮ່າໂນ້ຍ. ສັບປະດາແຟຊັນສາກົນຫວຽດນາມ ບໍ່ພຽງແຕ່ແມ່ນແຫ່ງໂຄສະນາບັນດາຊຸດແຟຊັນທີ່ເປັນເອກະລັກສະເພາະ ຈາກບັນດານັກອອກແບບທີ່ມີຊື່ສຽງເທົ່ານັ້ນ, ຫາກຍັງເປີດກາລະໂອກາດພັດທະນາໃຫ້ບັນດານັກອອກແບບ ກໍຄືເຄື່ອງໝາຍການຄ້າແຟຊັນຫວຽດນາມ ອີກດ້ວຍ. ປີ 2016, ສັບປະດາແຟຊັນສາກົນຫວຽດນາມລະດູໃບໄມ້ຫຼົ່ນຕໍ່ລະດູໜາວ ຈະສືບຕໍ່ໄດ້ຮັບການເປີດກວ້າງຂອບຂະໜາດ ດ້ວຍບັນດາລາຍການ, ເຫດການ, ກອງປະຊຸມສຳມະນາແຟຊັນ, ພ້ອມກັບບັນດາການສະແດງແຟຊັນຂອງບັນດານັກອອກແບບທີ່ມີຊື່ສຽງຈາກພາຍໃນ ແລະ ຕ່າງປະເທດ.