ສປຊ ກະຕຸກຊຸກຍູ້ບັນດາປະເທດໃຫ້ການຊ່ວຍເຫຼືອເພີ່ມເຕີມແກ່ ອາບການິດສະຖານ
(VOVWORLD) - ວັນທີ 07 ກັນຍາ, ສປຊ ໄດ້ຮຽກຮ້ອງໃຫ້ຊ່ວຍເຫຼືອເງິນເພີ່ມເຕີມ ເກືອບ 200 ລ້ານ USD ເພື່ອຮັບໃຊ້ວຽກງານຊ່ວຍເຫຼືອມະນຸດສະທຳຢູ່ ອາບການິດສະຖານ ພາຍຫຼັງທີ່ ຕາລີບານ ຮັບການຄຸ້ມຄອງປະເທດ ອາຊີໃຕ້ຕາເວັນຕົກນີ້.
ການຊ່ວຍເຫຼືອເງິນເພີ່ມເຕີມຈະໄດ້ນຳໃຊ້ເພື່ອສະໜອງສະບຽງອາຫານ ແລະ ການຊ່ວຍເຫຼືອການລ້ຽງຊີບສຳຄັນໃຫ້ແກ່ປະຊາຊົນເກືອບ 11 ລ້ານຄົນ (ພາບ: TTXVN) |
ທ່ານ Jens Laerke ໂຄສົກຫ້ອງການປະສານງານບັນດາບັນຫາມະນຸດສະທຳ ຂອງ ສປຊ ໃຫ້ຮູ້ວ່າ ບັນດາການບໍລິການພື້ນຖານຢູ່ ອາບການິດສະຖານ ພວມຖືກພັງທະລາຍ, ໃນຂະນະທີ່ສະບຽງອາຫານ ແລະ ບັນດາການເຄື່ອນໄຫວຊ່ວຍເຫຼືອທີ່ຈຳເປັນອື່ນກໍໃຫ້ຈະສິ້ນສຸດແລ້ວ.
ບ້ວງເງິນດັ່ງກ່າວ ຈະໄດ້ນຳໃຊ້ເພື່ອສະໜອງສະບຽງອາຫານ ແລະ ການຊ່ວຍເຫຼືອການລ້ຽງຊີບສຳຄັນໃຫ້ແກ່ປະຊາຊົນເກືອບ 11 ລ້ານຄົນ ພ້ອມດ້ວຍບັນດາການບໍລິການສາທາລະນະສຸກທີ່ຈຳເປັນໃຫ້ແກ່ປະຊາກອນ 3,4 ລ້ານຄົນ. ຈຳນວນເງິນດັ່ງກ່າວກໍຈະຮັບໃຊ້ວຽກງານປິ່ນປົວໃຫ້ແກ່ເດັກກວ່າ 1 ລ້ານຄົນທີ່ຖືກຂາດສານອາຫານໂດຍກະທັນຫັນ, ຮັບປະກັນນ້ຳສະອາດ, ເງື່ອນໄຂອະນາໄມ ກໍຄື ປົກປ້ອງເດັກ ແລະ ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ.