ສປຊ ກ່າວເຕືອນວ່າ ຄວາມຕ້ອງການໃນການໜູນຊ່ວຍດ້ານມະນຸດສະທຳ ຈະເພີ່ມຂຶ້ນຢ່າງແຮງໃນປີ 2022
(VOVWORLD) -ຕາມບົດລາຍງານແລ້ວ, ເພື່ອໜູນຊ່ວຍປະຊາຊົນ 183 ລ້ານຄົນ ທີ່ມີຄວາມສ່ຽງສູງກ່ວາໝູ່ ຢູ່ 63 ປະເທດ ໃນປີ 2022 ຈະຕ້ອງການຈຳນວນເງິນ 41 ຕື້ USD, ເພີ່ມຂຶ້ນ 35 ຕື້ USD ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການ ຂອງປີ 2021 ແລະ ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບ 4 ປີກ່ອນນີ້.
ປະຊາຊົນຮັບການໜູນຊ່ວຍດ້ານມະນຸດສະທຳຢູ່ ເຢແມນ (ພາບ: AFP/TTXVN) |
ໃນວັນທີ 2 ທັນວາ, ຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ໄດ້ປະກາດບົດລາຍງານສະຫຼຸບການໜູນຊ່ວຍດ້ານມະນຸດສະທຳທົ່ວໂລກ ກ່າວເຕືອນວ່າ ຄວາມຕ້ອງການໃນການໜູນຊ່ວຍດ້ານມະນຸດສະທຳ ພວມເພີ່ມຂຶ້ນຢ່າງແຮງໃນທົ່ວໂລກ, ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ຄຸກຄາມ ໃນຂະນະທີ່ການປ່ຽນແປງຂອງດິນຟ້າອາກາດ ແລະ ການປະທະກັນ ໄດ້ຍູ້ໃຫ້ປະຊາຊົນຫຼາຍຄົນ ຕົກເຂົ້າສູ່ສະພາບການທຸກຍາກອຶດຫິວ.
ບົດລາຍງານຄາດວ່າ ມີປະຊາຊົນປະມານ 274 ລ້ານຄົນໃນໂລກ ຈະຕ້ອງໄດ້ຮັບການໜູນຊ່ວຍຢ່າງຮີບດ່ວນ ພາຍໃຕ້ຮູບແບບໃດໜຶ່ງໃນປີ 2022, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ເຊິ່ງແມ່ນປີທີ່ມີຈຳນວນຜູ້ຕ້ອງການໃຫ້ໜູນຊ່ວຍບັນລຸລະດັບສະຖິຕິ.
ຕາມບົດລາຍງານແລ້ວ, ເພື່ອໜູນຊ່ວຍປະຊາຊົນ 183 ລ້ານຄົນ ທີ່ມີຄວາມສ່ຽງສູງກ່ວາໝູ່ ຢູ່ 63 ປະເທດ ໃນປີ 2022 ຈະຕ້ອງການຈຳນວນເງິນ 41 ຕື້ USD, ເພີ່ມຂຶ້ນ 35 ຕື້ USD ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການ ຂອງປີ 2021 ແລະ ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບ 4 ປີກ່ອນນີ້.