ສປຊ ກຳນົດເວລາ ຈັດກອງປະຊຸມເຊີແນວ 2
ທ່ານເລຂາທິການໃຫ່ຍ ສປຊ ບານກີມູນ
(ພາບ: TTXVN)
(vovworld)- ກອງປະຊຸມກ່ຽວກັບຊີຣີ ຫຼືເອີ້ນວ່າກອງປະຊຸມເຊີແນວ 2 ຈະຖືກຈັດຂຶ້ນໃນວັນທີ 22/1/2014. ບັນດາຜູ້ຕາງໜ້າຂອງລັດຖະບານຊີຣີ ແລະ ຝ່າຍລຸກຮຶ້ຂຶ້ນຈະດຳເນີນການເຈລະຈາຄັ້ງທຳອິດນັບແຕ່ເກີດການປະທະກັນຢູ່ປະເທດຕາເວັນອອກກາງນີ້ກ່ອນນີ້ 32 ເດືອນ. ໃນແຈ້ງການຂອງ ສປຊ, ທ່ານເລຂາທິການໃຫ່ຍ ສປຊ ບານກີມູນ ເນັ້ນໜັກວ່າ: ກອງປະຊຸມຄັ້ງຈະມາເຖິງນີ້ຈະແມ່ນ “ພາລະກຳແຫ່ງຄວາມຫວັງ“ ເພື່ອແນໃສ່ຢຸດຕິເສິກກາງເມືອງຢູ່ຊີຣີ. ທ່ານໄດ້ຢ້ຳຄືນຈຸດປະສົງຂອງກອງປະຊຸມເຊີແນວ 2 ແມ່ນເພື່ອແນໃສ່ຜັນຂະຫຍາຍແຈ້ງການເຊີແນວ ຊື່ງໄດ້ຮັບການຮັບຮອງທີ່ກອງປະຊຸມກຸ່ມເຄື່ອນໄຫວເພື່ອຊີຣີ ຈັດຂຶ້ນຢູ່ເຊີແນວ ປະເທດສະວິດ ເມື່ອເດືອນ 6/2012 ຜ່ານມາ. ກອງປະຊຸມເຊີແນວ 2 ຖືກຖືວ່າ ຈະນຳມາເຊິ່ງຄວາມຫວັງຫຼາຍຢ່າງກ່ຽວກັບການແກ້ໄຂການປະທະກັນຢູ່ຊີຣີ ຊື່ງໄດ້ເຮັດໃຫ້ປຊຊ ກ່ວາ 100.000 ຄົນເສຍຊີວິດ, ນັບລ້ານຄົນເສຍເຮືອນຊານ ກໍ່ຄືຕ້ອງໄປຫລີກໄພຢູ່ຕ່າງປະເທດ ແລະ ກໍ່ໃຫ້ເກີດຄວາມຂາດສະຖຽນລະພາບໃນພາກພື້ນ./.