ສປຊ ຍົກອອກບັນດາສິ່ງທ້າທາຍໃຫຍ່ສຳລັບການຕໍ່ສູ້ຕ້ານຄວາມທຸກຍາກອຶດຫິວຢູ່ ອາຟຣິກາ

(VOVWORLD) - ວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ເນັ້ນໜັກວ່າ ການປະທະກັນ ແລະ ການປ່ຽນແປງຂອງດິນຟ້າອາກາດ ແມ່ນບັນດາສາຍເຫດຕົ້ນຕໍ່ທີ່ພາໃຫ້ອັດຕາຄວາມທຸກຍາກ, ອຶດຫິວຢູ່ ອາຟຣິກາ ສູງສຸດຢູ່ໂລກ. 
ສປຊ ຍົກອອກບັນດາສິ່ງທ້າທາຍໃຫຍ່ສຳລັບການຕໍ່ສູ້ຕ້ານຄວາມທຸກຍາກອຶດຫິວຢູ່ ອາຟຣິກາ - ảnh 1 (ພາບປະກອບ)

ກ່າວຄຳເຫັນທີ່ເຫດການຂັ້ນສູງກ່ຽວກັບ “ການຢຸດຕິຄວາມທຸກຍາກອຶດຫິວຢູ່ ອາຟຣິກາ” ຢູ່ນອກກອງປະຊຸມສຸດຍອດສະຫະພາບ ອາຟຣິກາ (ເອຢູ) ຄັ້ງທີ 30 ຢູ່ Ethiopia, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ຢັ້ງຢືນຄວາມຈຳເປັນ ຕ້ອງປັດເຂ່ຍການປະທະກັນ ແລະ ການປ່ຽນແປງຂອງດິນຟ້າອາກາດ ເພື່ອສາມາດຢຸດຕິສະພາບຄວາມທຸກຍາກອຶດຫິວ. ຕໍ່ໜ້າສະພາບການດັ່ງກ່າວ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ໄດ້ກະຕຸກຊຸກຍູ້ລັດຖະບານບັນດາປະເທດ ອາຟຣິກາ, ເອຢູ ແລະ ສປຊ ຄວນຍູ້ແຮງຄຳໝັ້ນສັນຍາຊຸກຍູ້ສັນຕິພາບ ແລະ ສິດທິມະນຸດໃນຄວາມມານະພະຍາຍາມລົບລ້າງຄວາມທຸກຍາກອຶດຫິວ.

ຕອບກັບ

ຂ່າວ/ບົດ​ອື່ນ