ສປຊ ຕີລາຄາສູງ ບົດບາດເປັນສະມາຊິກ ຕັ້ງໜ້າ ແລະ ເປັນເຈົ້າການຂອງ ຫວຽດນາມ
ທ່ານປະທານປະເທດ ຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ສປຊ ເມື່ອເດືອນ 7/2013
(vovworld) – ການນຳສະຫະປະຊາຊາດ (ສປຊ) ແລະ ບັນດາປະເທດສະມາຊິກເປັນຈຳນວນຫຼວງຫຼາຍໄດ້ຕີລາຄາວ່າ: ຫວຽດນາມ ສືບຕໍ່ແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ, ມີການປະກອບສ່ວນແທ້ຈິງເຂົ້າໃນຜົນສຳເລັດລວມຂອງກອງປະຊຸມຄັ້ງທີ 67 ສະມັດຊາໃຫຍ່ ສປຊ ຜ່ານມາ ແລະ ມີບັນດາຂໍ້ສະເໜີຢ່າງມີປະສິດທິຜົນເຂົ້າໃນການສ້າງລາຍການໃຫ້ກອງປະຊຸມຊຸດໃໝ່. ເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສິ້ນສຸດກອງປະຊຸມຄັ້ງທີ 67 ສະມັດຊາໃຫຍ່ ສປຊ ແລະ ກະກຽມໄຂກອງປະຊຸມຄັ້ງທີ 68 ສະມັດຊາໃຫຍ່ ສປຊ, ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ມີຂໍ້ລິເລີ່ມຂອງ ຫວຽດນາມ ຫຼາຍຂໍ້, ໃນນັ້ນມີຂໍ້ລິເລີ່ມ “ສປຊ ໜຶ່ງດຽວ”, ເພື່ອແນໃສ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການນີ້ຢູ່ທຸກໆປະເທດສະມາຊິກ, ພວມໄດ້ຮັບການນຳໃຊ້ຢູ່ຫຼາຍແຫ່ງ, ແລະ ຈະສືບຕໍ່ໄດ້ຮັບການແຜ່ຂະຫຍາຍຢ່າງກ້ວາງຂວາງ, ຫຼືບັນດາຂໍ້ສະເໜີຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງແຜນການປະຕິຮູບ ສປຊ ໄດ້ຮັບການຮັບຮູ້ຈາກຫຼາຍປະເທດສະມາຊິກຍ້ອນມີລັກສະນະເປັນໄປໄດ້ສູງ. ທ່ານໃຫ້ຮູ້ວ່າ: ບັນດາການນຳ ສປຊ ຫວັງວ່າ: ຫວຽດນາມ ຈະສືບຕໍ່ແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ ແລະ ມີປະສິດທິຜົນຂອງອົງການນີ້, ດ້ວຍບັນດາການປະກອບສ່ວນທີ່ແທດຈິງເຂົ້າໃນການຮັກສາ, ປັບປຸງສັນຕິພາບ, ຄວາມໝັ້ນຄົງສາກົນ, ຊຸກຍູ້ວິວັດການພັດທະນາເພື່ອຄວາມວັດທະນາຖາວອນລວມຂອງມະນຸດ.