ສປຊ ພ້ອມແລ້ວທີ່ຈະຊ່ວຍແກ້ໄຂການປະທະກັນຢູ່ທາງພາກຕາເວັນອອກ ຢູແກຼນ

(VOVWORLD) - ວັນທີ 09 ກໍລະກົດ, ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ມີການພົບປະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢູ່ ກີແອບ
ສປຊ ພ້ອມແລ້ວທີ່ຈະຊ່ວຍແກ້ໄຂການປະທະກັນຢູ່ທາງພາກຕາເວັນອອກ ຢູແກຼນ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: AFP)

ໃນນັ້ນ 2 ຝ່າຍປຶກສາຫາລືກ່ຽວກັບຄວາມສາມາດເພີ່ມທະວີບົດບາດຂອງ ສະຫະປະຊາຊາດໃນການແກ້ໄຂສະພາບການປະທະກັນຢູ່ທາງພາກຕາເວັນອອກ ຢູແກຼນ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫລັງການພົບປະ, ທ່ານປະທານາທິບໍດີ Petro Poroshenko ໃຫ້ຮູ້ວ່າ: 2 ຝ່າຍມີການແລກປ່ຽນຄຳເຫັນຢ່າງເປີດອົກເປີດໃຈກ່ຽວກັບບັນດາມາດຕະການເພີ່ມທະວີບົດບາດຂອງສະຫະປະຊາຊາດໃນການແກ້ໄຂສະພາບການປະທະກັນຢູ່ທີ່ນີ້. ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ: ສະຫະປະຊາຊາດພ້ອມແລ້ວທີ່ຈະໜູນຊ່ວຍກຸ່ມ 4 ປະເທດ Normandy ລວມມີ (ຢູແກຼນ, ລັດເຊຍ, ເຢຍລະມັນ ແລະ ຝະລັ່ງ) ໃນການແກ້ໄຂການປະທະກັນຢູ່ທາງພາກຕາເວັນອອກ ຢູແກຼນ. ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ ສະຫະປະຊາຊາດ ໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອສາມັນຊົນທີ່ຕ້ອງຍົກຍ້າຍອອກຈາກບ້ານເກີດເມືອງນອນ ຍ້ອນການປະທະກັນຢູ່ທາງພາກຕາເວັນອອກ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ