ສປຊ ຮັງຮອງເອົາມະຕິ ສະບັບໃໝ່ກ່ຽວກັບຊີຣີ
(ພາບ: AFP)
(vovworld) – ວັນທີ 14/7, ພາຍຫຼັງວາລະປະຊຸມປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ ທີ່ສຳນັກງານໃຫ່ຍຂອງ ສປຊ ຢູ່ນະຄອນນິວຢອກ, ປະເທດອາເມລິກາ, ສະພາຄວາມໝັ້ນຄົງ ສປຊ-ອົງການມິສິດອຳນາດສູງສຸດຂອງ ສປຊ ໄດ້ປ່ອນບັດ ຮັບຮອງເອົາມະຕິ 2165, ເປີດຊອງທາງໃຫ້ແກ່ບັນດາການເຄື່ອນໄຫວມະນຸດສະທຳຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນພ້ອມກັບຜູ້ມີໃຈບຸນໃຈກຸສົນ ເພື່ອຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກການປະທະກັນອັນນອງເລືອດທີ່ແກ່ຍາວເປັນເວລາ 3 ປີຜ່ານມາຢູ່ປະເທດຕາເວັນອອກກາງນີ້. ມະຕິດັ່ງກ່າວໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະເທດກຳມະການສະພາຄວາມໝັ້ນຄົງ ສປຊ ທັງໝົດ 15 ປະເທດ, ນັບທັງລັດເຊຍ ແລະ ຈີນ ຊື່ງແມ່ນສອງປະເທດກຳມະການປະຈຳທີ່ເຄີຍໃຊ້ສິດຢັບຢັ້ງຮ່າງມະຕິ 4 ສະບັບກ່ອນນັ້ນໂດຍອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກຍື່ນສະເໜີທີ່ກ່ຽວຂ້ອງເຖິງຊີຣີ. ມະຕິ 2165 ຮຽກຮ້ອງທຸກໆຝ່າຍເຂົ້າຮ່ວມການສູ້ຮົບຢູ່ຊີຣີ ຕ້ອງສ້າງທຸກເງື່ອນໄຂອຳນວຍຄວາມສະດວກ, ຮັບປະກັນຄວາມປອດໄພ, ບໍ່ໄດ້ກີດຂວາງຫຼືເຮັດໃຫ້ການເຄື່ອນໄຫວຂອງບັນດາຂະບວນລົດກໍ່ຄືຍານພາຫະນະອື່ນໆທີ່ບັນທຸກສິນຄ້າກູ້ຊ່ວຍມະນຸດສະທຳໄປຍັງຊີຣີ ຖືກຊັກຊ້າ./.