ສປຊ ຮັບຮອງເອົາມະຕິຢຸດຍິງຢູ່ຊີຣີ

ສປຊ ຮັບຮອງເອົາມະຕິຢຸດຍິງຢູ່ຊີຣີ - ảnh 1
ນະ​ຄອນ Aleppo
(ພາບ: Reuters). 

(vovworld) –  ​ວັນ​ທີ 9/12, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ໄດ້​ຮັບ​ຮ​ອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ຢຸດ​ຍິງ​ໃນ​ທັນ​ທີ​ຢູ່ ຊີ​ຣີ ໃນ​​ສະ​ພາບ​ການ​ສູ້​ຮົບ​ພ​ວມ​ຖືກ​ດຳ​ເນີນ​ໄປ​ຢູ່​ນະ​ຄອນ​ໃຫຍ່​ທີ 2 ຂອງ​ປະ​ເທດຕາ​ເວັນ​ອອກ​ກາງນີ້ ແມ່ນ Aleppo. ມະ​ຕິ​ໂດຍ ກາ​ນາ​ດາ ຍື່ນ​ສະ​ເໜີ ໂດຍ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ດ້ວຍ ບັດ​ສະ​ໜັບ​ສະ​ໜູນ 122 ບັດ, ບັດ​ຕ້ານ 13 ບັດ ແລະ ບັດ​ຂ່າວ 36 ບັດ. ລັດ​ເຊຍ, ອີ​ຣານ ແລະ ຈີນ ປ່ອນ​ບັດ​ຕ້ານ. ມະ​ຕິ​ດັ່ງ​ກ່າວ​ຮຽກ​ຮ້ອງ​ຢຸດ​ຕິ​ທຸກໆ​ການ​ບຸກ​ໂຈມ​ຕີ​ແນ​ໃສ່​ສາ​ມັນ​ຊົນ ແລະ ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປໍ​ລະ​ປັກ​ໃນ​ທົ່ວ​ຊີ​ຣີ ໃນ​ທັນ​ທີ. ທ່ານ​ນາງ Samantha Power, ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິກາ ປະ​ຈຳ ສ​ປ​ຊ ຖື​ວ່າ: ມະ​ຕິ​ແມ່ນ​ສານ​ສຳ​ລັບ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar al – Assad ແລະ ລັດ​ເຊຍ. ໃນ​ຂະ​ນະ​ນັ້ນ, ທ່ານ Vitaly Churkin, ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ຖະ​ແຫຼງວ່າ​ມະ​ຕິ​ດັ່ງ​ກ່າວ​ແມ່ນ “ການ​ຂາດ​ແຄ​ນຫຼາຍ” ຍ້ອນບໍ່​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຕໍ່​ສູ້​ຕ້ານ​ບັນ​ດາ​ກຸ່ມກໍ່​ການ​ຮ້າຍ.


ຂ່າວ/ບົດ​ອື່ນ