ສ​ປ​ຊ ເຊື່ອມ​ຕໍ່​​ຄືນບັນ​ດາ​ການ​ເຈ​ລະ​ຈາ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ຕາມທຳມະດາແລ້ວ, ບັນດາການເຈລະຈານີ້ ໂດຍໂຄງການປ່ຽນແປງຂອງດິນຟ້າອາກາດ ສປຊ ຈັດຢູ່ນະຄອນBonn ຂອງປະເທດເຢຍ ລະມັນເຊິ່ງລ້ວນແຕ່ແມ່ນການເຈລະຈາບໍ່ເປັນທາງການ, ບໍ່ສ້າງເປັນບັນດາຂໍ້ຕົກລົງທີ່ມີລັກສະນະຜູກມັດ.
ສ​ປ​ຊ ເຊື່ອມ​ຕໍ່​​ຄືນບັນ​ດາ​ການ​ເຈ​ລະ​ຈາ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ໂຮງງານແຫ່ງໜຶ່ງ ຢູ່ອັງກິດປ່ອຍທາດພິດ (ພາບ: AFP/TTXVN)

ໂດຍເປັນຄັ້ງທຳອິດ, ນັບແຕ່ປີ 2019 ແລະ ພາຍຫຼັງທີ່ບັນດາປະເທດປ່ອຍອາຍພິດກໍ່ໃຫ້ເກີດປະຕິກິລິຍາເຮືອນແກ້ວແຖວໜ້າໂລກ ຍົກອອກບັນດາຄຳໝັ້ນສັນຍາຢ່າງແຮງກ່ວາ ກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ, ສປຊ ໄດ້ເຊື່ອມຕໍ່ຄືນບັນດາການເຈລະຈາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດນັບແຕ່ວັນທີ 31 ພຶດສະພາຕາມຮູບການທາງອອນລາຍ. ບັນດາການເຈລະຈາໄດ້ເລີ່ມຕົ້ນຄືນໃໝ່ໃນສະພາບການກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26) ຄາດວ່າຈະໄດ້ຮັບການຈັດຕັ້ງຢູ່Glasgow, ສະກອດແລນ ໃນເດືອນພະຈິກຈະມາເຖິງ.

ຕາມທຳມະດາແລ້ວ, ບັນດາການເຈລະຈານີ້ ໂດຍໂຄງການປ່ຽນແປງຂອງດິນຟ້າອາກາດ ສປຊ ຈັດຢູ່ນະຄອນBonn ຂອງປະເທດເຢຍ ລະມັນເຊິ່ງລ້ວນແຕ່ແມ່ນການເຈລະຈາບໍ່ເປັນທາງການ, ບໍ່ສ້າງເປັນບັນດາຂໍ້ຕົກລົງທີ່ມີລັກສະນະຜູກມັດ.

ເຖິງຢ່າງໃດກໍ່ຕາມ, ໃນສະພາບການວົງການວິທະຍາສາດມີການກ່ວາເຕືອນກ່ຽວກັບຄວາມໄວຂອງໂລກຮ້ອນຂຶ້ນ ໄດ້ລື່ນກາຍໄປໄກກັບບັນດາການຄິດໄລ່ໃນແຜນການຮັບມືທີ່ດີທີ່ສຸດເຊິ່ງມະນຸດວາງອອກ, ບັນດານັກເຈລະຈາຈະຕ້ອງປະເຊີນໜ້າກັບຄວາມກົດດັນຕ້ອງມີການກະທຳຢ່າງແຮງກ່ວາອີກ ເພື່ອບັນລຸໄດ້ຄວາມກ້າວໜ້າໃນການແກ້ໄຂບາງບັນຫາທີ່ຮ້າຍແຮງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ