ສປຊກ່າວເຕືອນISພວມເຄື່ອນໄຫວຢູ່ຊີຣີ

ສປຊກ່າວເຕືອນISພວມເຄື່ອນໄຫວຢູ່ຊີຣີ - ảnh 1
ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່ Kobane ໃນ​ວັນ​ທີ 7/10.
(ພາບ: AFP-TTXVN)

(vovworld) – ​​ໜັງ​ສື​ພິມ “Al Wasat” ຂອງ ລີ​ບີ ໄດ້​ໃຫ້​ຂ່າ​ວ​ເມື່ອ​ວັ​ນ​ທີ 8/10 ວ່າ: ຜູ້​ນຳ​ໜ້າ​ຄະ​ນະ​ໜູນ​ຊ່ວຍ​ຂອງ ສ​ປ​ຊ ຢູ່ ລີບ​ີ, ທ່ານ Bernardino Leon ກ່າວ​ເຕືອນ​ວ່າ: ບັນ​ດາ​​ບຸກ​ຄົນຂຶ້ນ​ກັ​ບ “ລັດ​ອິດ​ສະ​ລາມ” (IS) ຂະ​ໜານ​ມານ​ເອງ ພວມ​ເຄື່ອນ​ໄຫວ​ຢູ່​ປະ​ເດ​ຂາດ​ສະ​ຖຽນ​ລະ​ພາບ ອາບ​ຟ​ຮີ​ກາ ເໜືອນີ້, ​ພວມ​ເປັນ​ໄພ​ນາບ​ຂູ່​​ເຖິງ​ຄວາມ​ໝັ້​ນ​ຄົງ​ໃນ​ພາກ​ພື້ນ. ທ່ານ Bernardino Leon ໃຫ້​ຮູ້​ວ່າ: ບັນ​ດາ​ທະ​ຫານ​ກະ​ບົດ ລີ​ບີ, ເຄີຍ​ເຂົ້າ​ຮ່ວມ​ສົງ​ຄາມ​ຢູ່ ຊີ​ຣີ ແລະ ອີ​ຣັກ, ພວມ​ກັບ​ຄືນ​ສ​ູ່​ປະ​ເທດ ອາບ​ຟ​ຣີ​ກາ ເໜືອນີ້ ແລະ ສະ​ພາບ​ສັບ​ສົນ​ໃນ​ປະ​ຈຸ​ບັນ​ອາດ​ຈະ​ແມ່ນ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ເພື່ອ​ໃຫ້​ພວກ​ເຂົາ​ເຄື່ອ​ນ​ໄຫວ. ທ່ານ Bernardino Leon ກໍ່​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຝ່າຍ ຢູ່ ລີ​ບີ ສົ​ນ​ທະ​ນາ​ກັນ ແທນ​ທີ​ແກ່​ຍາວ​ບັນ​ດາ​ການ​ປະ​ທະ​ກັນ​ທີ່ນອງ​ເລືອດ.


ຂ່າວ/ບົດ​ອື່ນ