ສປຊຮຽກຮ້ອງກໍ່ສ້າງບັນດານະຄອນ“ທັນສະໄໝ”ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ທ່ານ Ban Ki Moon ເລຂາທິການໃຫຍ່ ສປຊ
(ພາບ: TTXVN)
(vovworld) – ວັນທີ 4/12, ຢູ່ກອງປະຊຸມດິນຟ້າອາກາດທີ່ສະຫງວນໃຫ້ບັນດາການນຳທ້ອງຖິ່ນ ຢູ່ນອກກອງປະຊຸມຄັ້ງທີ່ 21 ສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 21) ພວມດຳເນີນໄປຢູ່ Paris (ຝະລັ່ງ), ທ່ານ Ban Ki Moon ເລຂາທິການໃຫຍ່ ສປຊ ໄດ້ປະກາດບົດລາຍງານໃໝ່. ບົດລາຍງານດັ່ງກ່າວ ເນັ້ນໜັກວ່າ: ຄວນມີບັນດານະໂຍບາຍ ແລະ ກົນໄກລະອຽດ ເພື່ອດຶງດູດການລົງທຶນໃຫ້ແກ່ການກໍ່ສ້າງບັນດາພື້ນຖານໂຄງລ່າງ “ທັນສະໄໝ” ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດານະຄອນ. ບົດລາຍງານໄດ້ຍົກອອກ 5 ຂໍ້ສະເໜີແນະ ເພື່ອແນໃສ່ປຸກລະດົມແຫຼ່ງເງິນລົງທຶນ ເພື່ອກໍ່ສ້າງບັນດາພື້ນຖານໂຄງລ່າງຕົວເມືອງທີ່ເກີດມົນລະພິດບໍ່ຫລາຍ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.