ສປປ ເກົາຫຼີ ກຽມພ້ອມຮັກສາການພົວພັນສະໜິດສະໜົມກັບ ຈີນ

(VOVWORLD) - ທ່ານ Kim Jong – un ໄດ້ສະແດງຄວາມຂອບອົກຂອບໃຈ, ພ້ອມທັງຖະແຫຼງກຽມພ້ອມການພັດທະນາການພົວພັນ 2 ຝ່າຍຫຼາຍກ່ວາອີກ.
ສປປ ເກົາຫຼີ ກຽມພ້ອມຮັກສາການພົວພັນສະໜິດສະໜົມກັບ ຈີນ - ảnh 1  ການນຳ ສປປ ເກົາຫຼີ Kim Jong – un ແລະ ປະທານປະເທດ ຈີນ ທ່ານ ສີຈິ້ນຜິງ

ການພົວພັນລະຫວ່າງ ສປປ ເກົາຫຼີ ແລະ ຈີນ ພວມພັດທະນາຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝໃໝ່, ແລະ ພຽງຢາງ ຈະພ້ອມກັບ ປັກກິ່ງ ຊຸກຍູ້ການພົວພັນຫຼາຍກ່ວາອີກ ແລະ ນ້ຳໃຈມິດຕະພາບລະຫວ່າງ 2 ຝ່າຍກໍ່ສືບຕໍ່ໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນ. ນີ້ແມ່ນຄຳຢຶນຢັນຂອງການນຳ ສປປ ເກົາຫຼີ Kim Jong – un ໃນສານຂອບໃຈຕໍ່ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ສົ່ງທູດພິເສດໄປເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສປປ ເກົາຫຼີ ຫວ່າງແລ້ວນີ້.

        ທ່ານ Kim Jong – un ໄດ້ສະແດງຄວາມຂອບອົກຂອບໃຈ, ພ້ອມທັງຖະແຫຼງກຽມພ້ອມການພັດທະນາການພົວພັນ 2 ຝ່າຍຫຼາຍກ່ວາອີກ. ເມື່ອເຕື້ອງເຖິງການຢ້ຽມຢາມຂອງທ່ານ ລີຈາງຊູ, ກຳມະການຜູ້ປະຈຳການກົມການເມືອງສູນກາງພັກກອມມູນິດຈີນ, ການນຳ ສປປ ເກົາຫຼີ ຖືວ່າ: ການຢ້ຽມຢາມຄັ້ງນີ້ໄດ້ສະແດງຄວາມໃກ້ຊິດສະໜິດສະໜົມລະຫວ່າງ 2 ປະເທດກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ