ເສັ້ນສີແດງແມ່ນ NLL
(ແຜນທີ່: BBC)
(vovworld) - ວັນທີ 20/10, ສປປ ເກົາຫຼີ ໄດ້ປະກາດຄັດຄ້ານຄຳໝັ້ນສັນຍາຂອງປະທານາທິບໍດີ ສເກົາຫຼີ Lee Myung – bak ກ່ຽວກັບການປົກປັກຮັກສາເຂດຂັ້ນທາງທິດເໜືອ (NLL) ເຊິ່ງບໍ່ທັນໄດ້ຮັບການຮັບຮູ້ຈາກ ສປປ ເກົາຫຼີ . ສຳນັກຂ່າວສານແຫ່ງລັດ KCNA ຂອງ ສປປ ເກົາຫຼີ ໄດ້ຄັດສະເໜີຄຳເວົ້າຂອງໂຄສົບ ກົມນະໂຍບາຍ ກຳມາທິການປ້ອງກັນປະເທດ ສປປ ເກົາຫຼີ ໃຫ້ຮູ້ວ່າ, ນັບແຕ່ດົນນານມາແລ້ວ, ທາງຂີດຂັ້ນທິດເໜືອ ຖືກຖືວ່າແມ່ນສາຍເຫດທີ່ກໍ່ໃຫ້ເກີດສະພາບປະທະກັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ. ສປປ ເກົາຫຼີ ພຽງແຕ່ຮັບຮອງທາງຂີດຂັ້ນບົນທະເລ ໂດຍປະເທດນີ້ກຳນົດ ຢູ່ທິດຕາເວັນຕົກທະເລເຫຼືອງ ເທົ່ານັ້ນ, ຫາກບໍ່ແມ່ນທາງຂີດຂັ້ນຢູ່ທາງທິດເໜືອ.