ພາລະກອນ ສປປ ເກົາຫຼີ ຢູ່ເຂດເສດຖະກິດ Kaesong
(ພາບ: Reuters)
(vovworld) - ວັນທີ 26/4, ສປປ ເກົາຫຼີ ປະຕິເສດຂໍ້ສະເໜີຂອງ ສ ເກົາຫຼີ “ມຸ້ງໄປສູ່ໂຕ້ເຈລະຈາ” ເພື່ອອາດຈະຫັນການເຄື່ອນໄຫວຂອງເຂດເສດຖະກິດ Kaesong, ເຊິ່ງເປັນສັນຍາລັກຂອງການໄກ່ເກ່ຍ ແລະ ການຮ່ວມມືເສດຖະກິດລະຫວ່າງ 2 ພາກ ເກົາຫຼີ ເປັນປົກກະຕິ. ໃນຖະແຫຼງການເມື່ອວັນທີ 26/4, ໂຄສົກຂອງຄະນະກຳມະການປ້ອງກັນປະເທດ ສປປ ເກົາຫຼີ ໃຫ້ຮູ້ວ່າ: ພຽງຢາງ ຈະປະຕິບັດບັນດາມາດຕະການແຂງກະດ້າງ, ເດັດດຽວ ຖ້າຫາກ ສ ເກົາຫຼີ ສືບຕໍ່ “ເຮັດໃຫ້ສະພາບການຊົ່ວຮ້າຍລົງ”. ພ້ອມກັນນັ້ນ, ສ ເກົາຫຼີ ອາດຈະຖອນພາລະກອນທັງໝົດຂອງຕົນອອກຈາກເຂດອຸດສາຫະກຳ Kaesong ແລະ ສະໜອງການຊ່ວຍເຫຼືອມະນູດສະທຳໃຫ້ແກ່ບັນດາພາລະກອນນີ້ ຖ້າຫາກຝ່າຍ ສ ເກົາຫຼີ “ມີຄວາມວິຕົກກັງວົນກ່ຽວກັບຄວາມປອດໄພຂອງຄົນງານ”.
ກ່ອນໜ້ານັ້ນ, ເມື່ອວັນທີ 25/4, ກະຊວງທ້ອນໂຮມຊາດ ສ ເກົາຫຼີ ໄດ້ສະເໜີຈັດຕັ້ງການເຈລະຈາກັບ ສປປ ເກົາຫຼີ ກ່ຽວກັບອະນາຄົດຂອງເຂດອຸດສາຫະກຳປະສົມ Kaesong ແລະ ຮຽກຮ້ອງໃຫ້ ສປປ ເກົາຫຼີ ຕ້ອງໃຫ້ຄຳຕອບໃນທັນທີ.