ສປປ ເກົາຫຼີ ຮຽກຮ້ອງໃຫ້ຮັກສາບັນຍາກາດໃນການໄກ່ເກຍລະຫວ່າງ 2 ພາກເກົາຫຼີ

(VOVWORLD) - ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີຄຳເວົ້າຂອງການນຳ ສປປ ເກົາຫຼີ Kim Jong – un ເນັ້ນໜັກເຖິງສິ່ງສຳຄັນແມ່ນຕ້ອງສືບຕໍ່ສ້າງໝາກຜົນທີ່ດີດ້ວຍວິທີເພີ່ມທະວີບັນຍາກາດໃນການໄກ່ເກຍ

ການນຳ ສປປ ເກົາຫຼີ Kim Jong – un ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດບັນດາຄວາມມານະພະຍາຍາມສືບຕໍ່ຮັກສາບັນຍາກາດໃນການໄກ່ເກຍກັບ ສ. ເກົາຫຼີ ໃນຂະນະທີ່ທ່ານຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ ສປປ ເກົາຫຼີ ທີ່ໄດ້ກັບເມືອຈາກການໄປ ສ. ເກົາຫຼີ ເພື່ອເຂົ້າຮ່ວມງານມະຫາກຳກິລາລະດູໜາວ PyeongChang 2018. ໃນວັນທີ 12 ກຸມພາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີຄຳເວົ້າຂອງການນຳ ສປປ ເກົາຫຼີ Kim Jong – un ເນັ້ນໜັກເຖິງສິ່ງສຳຄັນແມ່ນຕ້ອງສືບຕໍ່ສ້າງໝາກຜົນທີ່ດີດ້ວຍວິທີເພີ່ມທະວີບັນຍາກາດໃນການໄກ່ເກຍ ແລະ ການໂອ້ລົມສົນທະນາທີ່ໄດ້ຮັບການຈັດຕັ້ງຈາກຄວາມມຸ່ງມາດປາດຖະໜາທີ່ເຂັ້ມແຂງ ກໍ່ຄືເຈດຈຳນົງລວມຂອງ ສປປ ເກົາຫຼີ ແລະ ສ ເຫົາຫຼີ, ໃນນັ້ນງານມະຫາກຳກິລາລະດູໜາວ ແມ່ນກຳລັງໜູນທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ