(vovworld) - ວັນທີ 18/8, ສປປ ເກົາຫຼີ ໄດ້ເຫັນດີເປັນເອກະສັນກັບຂໍ້ສະເໜີຂອງ ສ ເກົາຫຼີ ຈັດຕັ້ງບັນດາການເຈລະຈາຂັ້ນນັກວິຊາການໃນວັນທີ 23/8 ຈະມາເຖິງກ່ຽວກັບການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນໄລຍະສົງຄາມ ເກົາຫຼີ ແຕ່ປີ 1950 – 1953. ສປປ ເກົາຫຼີ ກໍ່ສະເໜີດຳເນີນການເຈລະຈາໃນວັນທີ 22/8 ກ່ຽວກັບການເຊື່ອມຕໍ່ບັນດາລາຍການທ່ອງທ່ຽວເຖິງພູ Kumgang ໃນວັນທີ 22/8 ຈະມາເຖິງ. ສ ເກົາຫຼີ ສະເໜີຈັດຕັ້ງການສົນທະນາກ່ຽວກັບການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນວັນທີ 23/8 ຈະມາເຖິງຢູ່ບ້ານຢຸດຮົບ Panmunjeom. ກ່ອນນັ້ນໜຶ່ງວັນ, ໃນບົດກ່າວປາໄສເນື່ອງໃນໂອກາດວັນຊາດ ສ ເກົາຫຼີ (15/8/1945 – 15/8/2013), ທ່ານນາງປະທານາທິບໍດີ Park Geun – hye ຮຽກຮ້ອງໃຫ້ ສປປ ເກົາຫຼີ ຈັດຕັ້ງການພົບປະໃນໃນເດືອນໜ້າໃຫ້ບັນດາຄອບຄົວທີ່ຖືກພັດພາກຈາກກັນໃນຫຼາຍສະຕະວັດຜ່ານມາ. ທ່ານນາງ Park Geun – hye ກໍ່ຊົມເຊີຍຂໍ້ຕົກລົງຫຼ້າສຸດ ກ່ຽວກັບການຟື້ນຟູການເຄື່ອນໄຫວຂອງເຂດອຸດສາຫະກຳຮ່ວມ Kaesong, ພ້ອມທັງເນັ້ນໜັກວ່າ: ເຫດການນີ້ອາດຈະເລີ່ມຕົ້ນ “ສາຍພົວພັນໃໝ່ລະຫວ່າງ 2 ພາກ ເກົາຫຼີ ” ພາຍຫຼັງສະພາບເຄັ່ງຕຶງມາເປັນເວລາຫຼາຍເດືອນ.