ພາບປະກອບ:internet
|
(vovworld)- ວັນທີ 13/8, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວໄດ້ຈັດຕັ້ງ ພິທີສະເຫລີມສະຫລອງວັນສື່ມວນຊົນ ແລະ ວັນການພິມຈຳຫນ່າຍ ຄົບຮອບ 63 ປີ (13/8/1950 - 13/8/ 2013). ປະຈຸບັນ, ລາວມີ ສື່ສິ່ງພິມ 118 ສະບັບ ໃນນັ້ນມີຫນັງສືພິມລາຍວັນ 11 ສະບັບ, ວາລະສານ 107 ສະບັບ, ວິທະຍຸກະຈາຍສຽງມີ 53 ສະຖານນີ ໂທລະພາບມີ 37 ສະຖານີ . ນອກນັ້ນ ລາວ ກຳລັງກໍ່ສ້າງສະຖານີຖ່າຍທອດວິທະຍຸກະຈາຍສຽງ-ໂທລະພາບຢູ່ເມືອງໄຊແຂວງອຸດົມໄຊ ດ້ວຍທຶນຊ່ວຍເຫລືອ
ລ້າຈາກ ສສ ຫວຽດນາມ ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2014 ຕັ້ງຫນ້າປະກອບສ່ວນ ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ, ລະບຽບກົດຫມາຍ, ແຜນພັດທະນາເສດຖະກິດ - ສັງຄົມ ແລະ ໂຄສະນາເຫດການປະຫວັດສາດຂອງພັກ, ຊາດແລະສາກົນດ້ວຍຜົນສຳເລັດອັນຈົບງາມ. ບັນດາອົງການສື່ມວນຊົນຂອງລາວ ໄດ້ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ສ້າງບັນດາຫນ້າເວັບໄຊ, ສະຫນອງບໍລິການຂໍ້ມູນຂ່າວສານຫລາຍປະເພດ. ກ່າວຄຳເຫັນນະພິທີ, ທ່ານ ບໍແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ຮຽກຮ້ອງໃຫ້ຂະແຫນງສື່ມວນຊົນ ແລະ ການພິມຈຳຫນ່າບ ຈົ່ງມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອພັດທະນາຢ່າງເຂັ້ມແຂງ ແລະ ທັນສະໄຫມ, ທັດ ທຽມກັບເຕັກໂນໂລຊີຂໍ້ມູນຂ່າວສານຂອງໂລກ.