ສປປ.ເກົາຫຼີ ຍົກອອກເງື່ອນໄຂ ເພື່ອເຊື່ອມຕໍ່ການຕິດຕໍ່ພົວພັນກັບ ສ.ເກົາຫຼີ ຄືນໃໝ່

(VOVWORLD) -ສປປ.ເກົາຫຼີ ຈະບໍ່ຕິດຕໍ່ພົວພັນກັບ ສ.ເກົາຫຼີ ແລະ ບໍ່ເຈລະຈາກັບປະເທດນີ້, ເວັ້ນເສຍແຕ່ກໍລະນີ ເຊີອູນ ອະທິບາຍກ່ຽວກັບ ການຊ້ອມຮົບທີ່ພວມດໍາເນີນກັບ ອາເມລິກາ ຢ່າງສົມເຫດສົມຜົນ.  

        ການຊ້ອມຮົບຮ່ວມລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ ໄດ້ກໍ່ສິ່ງກີດຂວາງຕໍ່ການເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ເພາະສະນັ້ນ ສປປ.ເກົາຫຼີ ຈະບໍ່ຕິດຕໍ່ພົວພັນກັບ ສ.ເກົາຫຼີ ແລະ ບໍ່ເຈລະຈາກັບປະເທດນີ້, ເວັ້ນເສຍແຕ່ກໍລະນີ ເຊີອູນ ອະທິບາຍກ່ຽວກັບ ການຊ້ອມຮົບທີ່ພວມດໍາເນີນກັບ ອາເມລິກາ ຢ່າງສົມເຫດສົມຜົນ.       ນີ້ແມ່ນຄໍາຖະແຫຼງທີ່ໄດ້ຍົກອອກມາໃນວັນທີ 11 ສິງຫາ ຂອງທ່ານ Kwon Jong-gun ຫົວໜ້າກົມໃຫຍ່ ຮັບຜິດຊອບກ່ຽວກັບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍສໍານັກຂ່າວສານ KCNA ເອົາລົງໃນເວັບໄຊຂອງຕົນ.  ທ່ານ Kwon Jong-gun ຊີ້ແຈ້ງວ່າ ເປັນທີ່ຈະແຈ້ງແລ້ວວ່າ ການຊ້ອມຮົບຂອງ ອາເມລິກາ ແລະ ສ.ເກົາຫຼີ ແມ່ນ “ກໍານົດ ສປປ.ເກົາຫຼີີ ຄືດັ່ງສັດຕູ”, ສະນັ້ນ ການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍາກທີ່ຈະໄດ້ຮັບການປະຕິບັດ ຖ້າຫາກວ່າ ອາເມລິກາ ແລະ ສ.ເກົາຫຼີ ບໍ່ຢຸດຕິບັນດາການຊອ້ມຮົບທີ່ຄ້າຍຄືກັນ ຫຼື ມີການອະທິບາຍຢ່າງສົມເຫດສົມຜົນກ່ຽວກັບບັນຫາດັ່ງກ່າວ.


 

ຕອບກັບ

ຂ່າວ/ບົດ​ອື່ນ