ສປປ.ເກົາຫຼີ ຍິງທົດລອງ ລູກສອນໄຟໄລຍະສັ້ນ

ສປປ.ເກົາຫຼີ ຍິງທົດລອງ ລູກສອນໄຟໄລຍະສັ້ນ - ảnh 1
(ພາບປະກອບ: Reuters)

(vovworld) – ຕອນ​ເຊົ້າ​ວັນ​ທີ 02/03, ສປປ.​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັນ 2 ລູກ ​ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ລູກ​ສອນ​ໄຟ​ນຳ​ວິຖີ Scud ລົງ​ເຂດ​ທະ​ເລ​ທາງ​ທິດຕາ​ເວັນ​ອອກຂອງປະ​ເທດ​ນີ້. ຕາມ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ ທ່ານໜຶ່ງ​ແລ້ວ, ລູກສອນ​ໄຟ 2 ລູກ​ດັ່ງກ່າວ​ໄດ້​ຍິງ​ຈາກ​ນະຄອນ​ທ່າ​ກໍ່າ​ປັ່ນ Nampo ຢູ່​ແຄ​ມທະ​ເລ​ຕາ​ເວັນ​ຕົກສປປ.ເກົາຫຼີ. ບັນດາ​ລູກ​ສອນ​ໄຟ​ໄດ້​ບິນ​ປະມານ 500 ກມ ກ່ອນ​ທີ່​ຕົກລົງ​ທະ​​ເລ. ກອງ​ທັງ​ສ.​ເກົາຫຼີ ພວມ​ຕິດຕາມ​​ເລື່ອງ ສປປ.​ເກົາຫຼີ ອາດຈະ​ຍິງລູກ​ສອນ​ໄຟ​ຕື່ມ​ອີກ. ​ເຫດ​ການຍິງ​ລູກ​ສອນ​ໄຟ​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ເລີ່​ມດຳ​ເນີນການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີ. ​ເຖິງ​ວ່າ ​ເຊີ​ອູ​ນ ​ແລະ ວໍ​ຊິງ​ເຕັນ ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ ການ​ຊ້ອມ​ຮົບ​ດັ່ງກ່າວ​ພຽງ​ສຸມ​ໃສ່​ຈຸດໝາຍປ້ອງ​ກັນ, ​ແຕ່​ພຽງ​ຢາງ ພັດ​ຕຳ​ນິຕິ​ຕຽນ​ ​ແລະ ​ເອີ້ນວ່າ​ນີ້​ແມ່ນ “ການ​ກະກຽມ​ໃຫ້ການ​ຮຸກ​ຮານ”.

ຂ່າວ/ບົດ​ອື່ນ