ສປປ.ເກົາຫຼີ ດັດປັບເຂັມໂມງໃຫ້ຖືກກັບ ສ.ເກົາຫຼີ ຢ່າງເປັນທາງການ

(VOVWORLD) - ໃນເວລາ 0ໂມງ00 ວັນທີ 05 ພຶດສະພາ (ຕາມເວລາທ້ອງຖິ່ນ), ເຂັມໂມງຂອງ ສປປ.ເກົາຫຼີ ໄດ້ຖືກດັດປັບໃຫ້ຖືກກັບເຂັມໂມງຂອງ ສ.ເກົາຫຼີ ຢ່າງເປັນທາງການ.
ສປປ.ເກົາຫຼີ ດັດປັບເຂັມໂມງໃຫ້ຖືກກັບ ສ.ເກົາຫຼີ ຢ່າງເປັນທາງການ - ảnh 1  ໂມງຢູ່ຫ້ອງວ່າການສຳນັກງານປະທານາທິບໍດີ ສ.ເກົາຫຼີ ຊີ້ບອກເວລາຢູ່ ເຊີອູນ (ຢູ່ເບື້ອງຊ້າຍ) ແລະ ໂມງຊີ້ບອກເວລາຢູ່ ພຽງຢາງ (ຢູ່ເບື້ອງຂວາ) ພາບ:  EPA/TTXVN

ນີ້ໄດ້ຮັບຖືວ່າ ແມ່ນສັນຍາລັກແຫ່ງຄວາມມານະພະຍາຍາມຊຸກຍູ້ການໄກ່ເກ່ຍຄວາມປອງດອງ ແລະ ທ້ອນໂຮມເຂົ້າກັນໃຫ້ເປັນເອກະພາບລະຫວ່າງ 2 ພາກເກົາຫຼີ.

        ກ່ອນໜ້ານັ້ນ, ວັນທີ 30 ເມສາ, ຄະນະປະທານສະພາປະຊາຊົນສູງສຸດ (ໝາຍຄວາມວ່າແມ່ນ ສະພາແຫ່ງຊາດ) ໄດ້ຕົກລົງດັດປັບເຂັມໂມງຂອງ 2 ພາກເກົາຫຼີ ໃຫ້ຖືກກັນ. ການກະທຳຂອງ ພຽງຢາງ ໄດ້ຖືກຍົກອອກມາ ພາຍຫລັງການນຳ Kim Jong-un ໄດ້ສະເໜີຢ່າງກະທັນຫັນໃຫ້ດັດປັບເຂັມໂມງຂອງປະເທດນີ້ທີ່ໄວກ່ວາ 30 ນາທີ ເພື່ອໃຫ້ຖືກກັບເຂັມໂມງຂອງ ສ.ເກົາຫຼີ, ໃນການພົບປະສຸດຍອດກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເມື່ອວັນທີ 27 ເມສາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ