ສປປ.ເກົາຫຼີ ປະກາດ ກົດໝາຍວ່າດ້ວຍສະພາບສົງຄາມ

ສປປ.ເກົາຫຼີ ປະກາດ ກົດໝາຍວ່າດ້ວຍສະພາບສົງຄາມ - ảnh 1
ການ​ນຳສປປ​.​ເກົາຫຼີ
 Kim Jong – un
(ພາບອີນເຕີແນດ)
(vovworld) -     ໜັງ​ສື່​ພິມ​ລັດ​ເຊ​ຍ ​ໃຫ້​ຂ່າວ​ວ່າ, ວັນ​ທີ 31/01, ສປປ​.ເກົາຫຼີ ​ໄດ້​ປະກາດ​ກົດໝາຍວ່າ​ດ້ວຍ​ສະພາບ​ການ​ສົງຄາມ ​ແລະ ການ​ນຳ Kim Jong – un ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງທັບ​ປະ​ເທດ​ນີ້​ຕ້ອງຢູ່​​ໃນທ່າ “ກ່ຽມພ້ອມ​ສູ້​ຮົບ”. ການ​ນຳ ສປປ.​ເກົາຫຼີ ​ໄດ້​ອອກລັດຖະດຳລັດຫຼາຍ​ສະບັບສຳລັບຈອມພົນ, ຮອງ​ຈອມພົນ ​ແລະ ບັນດາ​ນາຍ​ພົນ​ຂັ້ນ​ສູງ​ໃນ​ກອງທັບ​ສປປ.​ເກົາຫຼີ ​ໃນ​ວັນ​ທີ 26/01 ທີ່​ຮຽກຮ້ອງ​ໃຫ້​ກອງທັບ​ປະ​ເທດ​ນີ້ ຕ້ອງ​ກຽມພ້ອມສູ້​ຮົບ, ກ່ອນ​ທີ່​ປະ​ເທດ​ນີ້​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ໃໝ່.

        ບັນດາ​ນັກ​ໄຈ້​ແຍກ​ອາວຸດ​ນິວ​ເຄຼຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ທົດ​ລອງ​ນິວ​ເຄຼຍຂອງ​ພຽງ​ຢາງ ອາດ​ຈະ​ດຳ​ເນີນ​ໃນ​​ວັນ​ທີ 16/02, ກົງ​ກັບ​ວັນ​ຄ້າຍ​ວັນ​ເກີດ​ຂອງອະ​ດີດການ​ນຳ​ ສປປ.​ເກົາຫຼີ Kim Jong – Il, ຫຼື ໃນ​ວັນ​ທີ 25/02, ກົງ​ກັບ​ວັນ​ຮັບ​ດຳ​ລົງ​ຕຳ​ແໜ່​ງຂອງ​ປະທານ​ນາ​ທິບໍດີ ສ.​ເກົາຫຼີ ຄົນ​ໃໝ່ທ່ານ Park Geun – hye.

ຂ່າວ/ບົດ​ອື່ນ