(VOVWORLD) -ການຍິງລູກສອນໄຟຄັ້ງຕ່າງໆຖືກດຳເນີນໃນວັນທີ 11 ແລະ 12 ກັນຍາ ພາຍຫຼັງການຄົ້ນຄວ້າເປັນເວລາ 2 ປີ. ໃນວິວັດການທົດລອງ, ລູກສອນໄຟບິນຂຶ້ນປະມານ 1.500 Km ກ່ອນທີ່ຈະຍິງຖືກເປົ້າໝາຍ ແລະ ຕົກລົງສູ່ເຂດທະເລສາກົນ.
ຮູບການການຍິງລູກສອນໄຟ ຂອງ ສປປ.ເກົາຫຼີ ໂດຍ KCNA ເອົາລົງໃນວັນທີ 13 ກັນຍາ (ພາບ: KCNA) |
ວັນທີ 13 ກັນຍາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໄດ້ໃຫ້ຂ່າວວ່າ ປະເທດນີ້ປະຕິບັດສຳເລັດການຍິງທົດລອງລູກສອນໄຟໄລຍະໄກ ລຸ້ນໃໝ່ ໃນທ້າຍອາທິດຜ່ານມາ.
ຕາມ KCNA ແລ້ວ, ການຍິງລູກສອນໄຟຄັ້ງຕ່າງໆຖືກດຳເນີນໃນວັນທີ 11 ແລະ 12 ກັນຍາ ພາຍຫຼັງການຄົ້ນຄວ້າເປັນເວລາ 2 ປີ. ໃນວິວັດການທົດລອງ, ລູກສອນໄຟບິນຂຶ້ນປະມານ 1.500 Km ກ່ອນທີ່ຈະຍິງຖືກເປົ້າໝາຍ ແລະ ຕົກລົງສູ່ເຂດທະເລສາກົນ. ຖ້າຕີລາຄາໃນແງ່ມູນກ່ຽວກັບເຄື່ອງຈັກ ຫຼືການຄວບຄຸມ ແລະ ການນຳວິຖີ, ກໍຄືກຳລັງແຮງຂອງລູກສອນໄຟ ແລ້ວ ບັນດາການທົດລອງເຫຼົ່ານັ້ນ ແມ່ນປະສົບຜົນສຳເລັດ.