(vovworld) - ວັນທີ 11/07, ສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງທ້ອນໂຮມປະເທດເປັນເອກະພາບຂອງສ.ເກົາຫຼີ ໂດຍໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຖອນຄືນຂໍ້ສະເໜີເຈລະຈາກັບສ.ເກົາຫຼີ ກ່ຽວກັບການເຊື່ອຕໍ່ລາຍການເຕົ້າໂຮມບັນດາຄອບຄົວຖືກພັດພາກຈາກກັນ ແລະ ບັນດາລາຍການທ່ອງທ່ຽວເຖິງພູ Kumgang. ຖະແຫຼງການດັ່ງກ່າວຖືກພຽງຢາງ ຍົກອອກມາ ພາຍຫຼັງ 1 ວັນທີ່ 2 ພາກເກົາຫຼີ ເຫັນດີບົນຫຼັກການຈັດຕັ້ງການເຈລະຈາກ່ຽວກັບລາຍການເຕົ້າໂຮມບັນດາຄອບຄົວຖືກພັດພາກຈາກກັນ ລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມະການກາແດງ 2 ຝ່າຍ. ຕາມກະຊວງທ້ອນໂຮມປະເທດຊາດເປັນເອກະພາບສ.ເກົາຫຼີ ແລ້ວ, ສປປ.ເກົາຫຼີ ໄດ້ຖອນຄືນຂໍ້ສະເໜີດັ່ງກ່າວ ເພື່ອສຸມໃສ່ເຂົ້າໃນການປຶກສາຫາລືສະເພາະກ່ຽວກັບການເປີດປະຕູເຂດອຸດສາຫະກຳຮ່ວມ Keasong ຄືນໃໝ່. ກ່ອນໜ້ານັ້ນ, ໃນວັນດ່ຽວກັບ, ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດເປັນເອກະພາບ ສ.ເກົາຫຼີ Ryoo Kihl Jae ຖືວ່າ ເລື່ອງ 2 ປະເທດພວມບັນລຸຄວາມຄືບໜ້າກ່ຽວກັບບັນຫາ Kaesong ສາມາດຈະພາໄປເຖິງເລື່ອງຊອກຫາມາດຕະການເຊື່ອມຕໍ່ລາຍການທ່ອງທ່ຽວເຖິງພູ Kumgang ເຊິ່ງພວມຖືກຢຸດຕິໄວ້.