(VOVWORLD) -ວັນທີ 28 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ປະເທດນີ້ ພວມດຳເນີນການຍິງທົດລອງລະບົບລູກສອນໄຟໄລຍະໄກ ແລະ ຍິງທົດລອງລູກສອນພາທາງຍຸດທະສາດເທິງໜ້າດິນ ໃນອາທິດນີ້.
ພາບປະກອບ: AFP/TTXVN |
KCNA ໄດ້ຊີ້ແຈ້ງວ່າ ການຍິງທົດລອງດັ່ງກ່າວ ໂດຍວິທະຍາຄານວິທະຍາສາດ ປ້ອງກັນຊາດ ຂອງ ສປປ.ເກົາຫຼີ ດຳເນີນ ເພື່ອແນໃສ່ “ຫັນລະບົບລູກສອນໄຟໄລຍະໄກເປັນທັນສະໄໝ ກໍ່ຄືເພື່ອຢັ້ງຢືນກຳລັງໄຟຂອງຫົວລູກສອນໄຟທຳມະດາ ທີ່ນຳໃຊ້ໃຫ້ແກ່ລູກສອນໄຟພາທາງຍຸດທະສາດເທິງໜ້າດິນ, ໂດຍໄດ້ດຳເນີນຕາມລຳດັບໃນວັນທີ 25 ແລະ 27 ມັງກອນ”.
KCNA ໃຫ້ຮູ້ວ່າ ສະຖາບັນວິທະຍາສາດປ້ອງກັນຊາດ ຢັ້ງຢືນວ່າ “ຈະສືບຕໍ່ພັດທະນາບັນດາຫົວລູກສອນໄຟ ທີ່ມີກຳລັງແຮງຂະໜາດໃຫຍ່ ມີຄວາມສາມາດປະຕິບັດພາລະບົດບາດ ແລະ ໜ້າທີ່ຕໍ່ສູ້”.