ສປປ.ເກົາຫຼີ ຢັ້ງຢືນບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ຈະບໍ່ມີຄຸນປະໂຫຍດ

(VOVWORLD) -ວັນທີ 01 ມີນາ, ສປປ.ເກົາຫຼີ ໃຫ້ຮູ້ວ່າ: ບັນດາຄຳສັ່ງລົງໂທດໃໝ່ ຊຶ່ງ ອາເມລິກາ ຈັດວາງຈະບໍ່ມີຄຸນປະໂຫຍດ ແລະ ພຽງຢາງ ໄດ້ກະກຽມ “ແຜນສະເພາະ” ຂອງຕົນ ເພື່ອຕ້ານຄືນ ພ້ອມທັງ ຢືນຢັນວ່າ ຄຳກ່າວເຕືອນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນຫວ່າງມໍ່ໆມານີ້ ກ່ຽວກັບ “ໄລຍະ 2” ຕ້ານ ພຽງຢາງ ກໍ່ຈະບໍ່ມີຄຸນປະໂຫຍດ.
ສປປ.ເກົາຫຼີ ຢັ້ງຢືນບັນດາຄຳສັ່ງລົງໂທດໃໝ່ຂອງ ອາເມລິກາ ຈະບໍ່ມີຄຸນປະໂຫຍດ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ຊ້າຍ) ແລະ ການນຳ ສປປ.ເກົາຫຼີ Kim Jong-Un ພາບ: Kyodo/TTXVN

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຄຳຖະແຫຼງຂອງຫົວໜ້າອົງການຄົ້ນຄວ້ານະໂຍບາຍ ສັງກັດສະຖາບັນຄົ້ນຄວ້າ ອາເມລິກາ, ທີ່ຂຶ້ນກັບກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍໃຫ້ຮູ້ວ່າ: ບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວ ທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດຈັດວາງຕ້ານ ສປປ.ເກົາຫຼີ ແລະ ບັນດາປະເທດທີ່ກ່ຽວຂ້ອງແມ່ນ “ແຕະຕ້ອງຢ່າງຮ້າຍແຮງຕໍ່ອະທິປະໄຕ ແລະ ລະເມີດກົດໝາຍສາກົນ ຊຶ່ງໄດ້ຮັບການຮັບຮອງເອົາຢ່າງກ້ວາງຂວາງ”.

        ໃນການຜັນແປທີ່ກ່ຽວຂ້ອງ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ປະກາດວ່າ ການນຳ Moon Jae-in ຂອງປະເທດນີ້ ຈະຈັດສົ່ງທູດພິເສດໄປ ສປປ.ເກົາຫຼີ ໃນວັນທີ 01 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ