ສປປ.ເກົາຫຼີ ວາງເປົ້າໝາຍໃໝ່ ເພື່ອປັບປຸງກຳລັງຄວາມສາມາດດ້ານປ້ອງກັນຊາດ
(VOVWORLD) -ວັນທີ 27 ທັນວາ, ຢູ່ Pyongyang, ກອງປະຊຸມຄົບຄະນະເປີດກວ້າງຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ຊຸດທີ VIII ສືບຕໍ່ເຮັດວຽກມື້ທີ 2, ເພື່ອແນໃສ່ຮັບຮອງເອົາຄຳຊີ້ນຳການເຄື່ອນໄຫວໃນປີ 2023.
ກອງປະຊຸມຄົບຄະນະເປີດກວ້າງຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ຊຸດທີ VIII (ພາບ: Yonhap/TTXVN) |
ໃນບົດລາຍງານທີ່ສະເໜີຕໍ່ກອງປະຊຸມ, ທ່ານເລຂາທິການໃຫຍ່ພັກແຮງງານ ສປປ.ເກົາຫຼີ Kim Jong Un ໄດ້ເຕື້ອງເຖິງຫຼັກການ ແລະ ແບບວິທີ, ບົດຮຽນປະສົບການເພື່ອບັນລຸໄດ້ຜົນສຳເລັດໃນທຸກດ້ານ ໃນກິດຈະການສ້າງວັດທະນະທຳສັງຄົມນິຍົມ; ສະເໜີບັນດາໜ້າທີ່ຈຸດສຸມເຊິ່ງບັນດາຂະແໜງການກ່ຽວຂ້ອງຕ້ອງສຸມໃສ່ປະຕິບັດໃນປີ 2023 ເພື່ອບັນລຸໄດ້ບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີ ວາງອອກ.
ບົດລາຍງານກໍໄດ້ໄຈ້ແຍກ ແລະ ຕີລາຄາສະພາບການສິ່ງທ້າທາຍໃໝ່ຢູ່ແຫຼມເກົາຫຼີ ແລະ ສະພາບການດ້ານການເມືອງສາກົນ. ພ້ອມທັງວາງອອກເປົ້າໝາຍສຳຄັນໃໝ່ເພື່ອປັບປຸງກຳລັງຄວາມສາມາດດ້ານປ້ອງກັນຊາດດ້ວຍຕົນເອງໃນປີ 2023.