ສປປ.ເກົາຫຼີ ສືບຕໍ່ທົດລອງລູກສອນໄພ

ສປປ.ເກົາຫຼີ ສືບຕໍ່ທົດລອງລູກສອນໄພ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 16/03, ສປປ.​ເກົາຫຼີ ​ໄດ້​ຍິງ​ລູກ​ສອນ​ໄພ​ໄລຍະ​ສັ້ນ 25 ລູກ ອອກ​ສູ່​ທະ​ເລ​ຍີ່ປຸ່ນ. ກອງທັບ​ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ລູກ​ສອນ​ໄພ​ເຫຼົ່າ​ນັ້ນ​ຖືກ​ຍິງ​ໄລຍະຍາວ 70 ກມ ​ແລະ ລ້ວນ​ແຕ່​ໄດ້ຍິງ​ຈາກ​ເຂດ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ, ​ໃກ້​ກັບ Wosan ​ແລະ ບິນ​ສູ່ທາງ​ທິດຕາ​ເວັນ​ອອກ. ກອງທັບ​ສ.​ເກົາຫຼີ ສົງ​ໄສ​ວ່າ ນີ້​ແມ່ນ​ບັນດາ​ລູກ​ສອນ​ໄພ Frog ​ໄລຍະ​ສັ້ນໜ້າດິນຕ້ານໜ້າ​ດິນ, ​ເຊິ່ງ​ໄດ້​​ໂຄສະນາ​​ແນະນຳ​ແຕ່ທົດ​ສະ​ວັດທີ 60 ສະຕະ​ວັດ​ກ່ອນ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສປປ.​ເກົາຫຼີ ດຳ​ເນີນ​ການ​ຍິງ​ລູກ​ສອນ​​ໄພບາງ​ຄັ້ງ​ທີ່ໄດ້​ຮັບຖືວ່າ​ແມ່ນ​ປະຕິກິລິຍາ​ຂອງ​ພຽງ​ຢ່າງ ຕໍ່​ບັນດາ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ