ສປປເກົາຫຼີ ສືບຕໍ່ປະຕິເສດ ການເຈລະຈາກ່ຽວກັບເຂດອຸດສາຫະກຳ Kaesong
ເຂດອຸດສາຫະກຳລວມ Keasong
(ພາບ: Reuters)
(vovworld) ສຳນັກຂ່າວສານ AFP ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ກະຊວງທ້ອນໂຮມແຫ່ງຊາດສ.ເກົາຫຼີ ໂດຍໃຫ້ຮູ້ວ່າ ສປປເກົາຫຼີ ໄດ້ປະຕິເສດການເຈລະຈາຂອງກຸ່ມນັກທຸລະກິດສ.ເກົາຫຼີ ຢາກມາເຂດອຸດສາຫະກຳລວມ Keasong ເພື່ອເຈລະຈາກ່ຽວກັບອະນາຄົດຂອງເຂດອຸດສາຫະກຳນີ້ ໃນສະພາວະທີ່ມີຄວາມວິຕົກກັງວົນວ່າ ເຂດອຸດສາຫະກຳນີ້ຈະປິດປະຕູຖາວອນ. ມີການນຳວິສາຫະກິດ 10 ທ່ານທີ່ມີບໍລິສັດຕັ້ງຢູ່ Keasong ໄດ້ມານະພະຍາຍາມເຂົ້າມາເຂດອຸດສາຫະກຳ Keasong. ແຕ່ຄວາມມິດງຽບຂອງພຽງຢາງ ໄດ້ເຮັດໃຫ້ການຢ້ຽມຢາມບໍ່ສາມາດປະຕິບັດໄດ້ໃນວັນທີ 30/04. ກ່ອນໜ້ານັ້ນ, ພຽງຢາງ ໄດ້ປະຕິເສດການເຈລະຈາຂອງຝ່າຍສ.ເກົາຫຼີ ກ່ຽວກັບອະນາຄົດຂອງເຂດອຸສາຫະກຳ Keasong, ພາຍຫຼັງທີ່ຫ້າມບັນດາພາລະກອນຂອງສ.ເກົາຫຼີ ເຂົ້າເຂດອຸສາຫະກຳ Keasong ແລະ ຖອນກຳມະກອນສປປ.ເກົາຫຼີ 53.000 ຄົນທີ່ພວມເຮັດວຽກຢູ່ນີ້ ໃນຂະນະທີ່ຄວາມເຄັ່ງຕຶງພວມປິນຂັ້ນໃດໃນແຫຼມເກົາຫຼີ. ເພື່ອການໂຕຕອບຄືນ, ສ.ເກົາຫຼີ ໄດ້ອອກຄຳສັ່ງຖອນພາລະກອນ ແລະ ກຳມະກອນພວມເຮັດວຽກຢູ່ນີ້ກັບເມືອປະເທດ.