ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ມີການກະທຳແທດຈິງ

(VOVWORLD) - ວັນທີ 27 ມັງກອນ, ເວັບໄຊໂຄສະນາໃຫ້ຕ່າງປະເທດ Uriminjokkiri ຂອງ ສປປ.ເກົາຫຼີ ໃຫ້ຮູ້ວ່າ: ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ມີການກະທຳແທດຈິງ. 
ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ມີການກະທຳແທດຈິງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ  Kim Jong-un ພາບ: AFP/TTXVN

ຄຳຮຽກຮ້ອງດັ່ງກ່າວ ໄດ້ຍົກອອກມາໃນສະພາບການທີ່ ວໍຊິງຕັນ ແລະ ພຽງຢາງ ພວມດຳເນີນບັນດາການເຈລະຈາ ເພື່ອກະກຽມຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2.

        ບົດຂຽນເນັ້ນໜັກວ່າ: ອາເມລິກາ ຄວນຕອບໂຕ້ຕໍ່ໃຫ້ ສປປ.ເກົາຫຼີ ດ້ວຍການກະທຳແທດຈິງຢ່າງເໝາະສົມ ແລະ ມີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ການພົວພັນລະຫວ່າງ 2 ປະເທດຈະພັດທະນາຢ່າງວ່ອງໄວ ແລະ ດີງາມກ່ວາ ໂດຍຜ່ານວິວັດການຊອກຫາບັນດາມາດຕະການທີ່ມີລັກສະນະບຸກທະລຸ ແລະ ແນ່ນອນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ