ສປປ.ເກົາຫຼີ ເນັ້ນໜັກຫຼັກການ “ເຄົາລົບອະທິປະໄຕ ແລະ ເຄົາລົບເຊິ່ງກັນ ແລະ ກັນ” ໃນການພົວພັນສາກົນ

(VOVWORLD) - ພາຍຫລັງການນຳ ສປປ.ເກົາຫຼີ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບສ້າງສາ “ສາຍພົວພັນໃໝ່” 
ສປປ.ເກົາຫຼີ ເນັ້ນໜັກຫຼັກການ “ເຄົາລົບອະທິປະໄຕ ແລະ ເຄົາລົບເຊິ່ງກັນ ແລະ ກັນ” ໃນການພົວພັນສາກົນ - ảnh 1 ການນຳ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ  Donald Trump (ພາບ: EPA/TTXVN)

 ທີ່ກອງປະຊຸມສຸດຍອດໃນອາທິດກ່ອນ, ວັນທີ 17 ມິຖຸນາ, ໜັງສືພິມ Rodong Sinmun, ສຽງຂອງພັກແຮງງານ ສປປ.ເກົາຫຼີ ໄດ້ລົງພິມບົດນຳ ໃນນັ້ນ ເນັ້ນໜັກວ່າ: “ບັນດາຄຳຮຽກຮ້ອງພຽງລຳພັງຝ່າຍດຽວ”. ດັ່ງນັ້ນ, ບັນດາປະເທດ ແລະ ກຸ່ມເຜົ່າພັນທັງໝົດ ຄວນພັດທະນາບັນດາການພົວພັນມິດຕະພາບ ແລະ ການຮ່ວມມື ໂດຍອີງໃສ່ຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ແລະ ບໍ່ລະເມີດອະທິປະໄຕຂອງກັນ. ບົດຂຽນຊີ້ແຈ້ງວ່າ: “ການພົວພັນລະຫວ່າງບັນດາປະເທດເດີນຕາມບັນດາຜົນປະໂຫຍດພຽງລຳພັງຝ່າຍດຽວນັ້ນ ບໍ່ສາມາດຄົງຕົວຍາວນານ”. ພ້ອມທັງບົດນຳກໍ່ຢືນຢັນທັດສະນະຂອງ ພຽງຢາງ ກ່ຽວກັບເລື່ອງພ້ອມແລ້ວທີ່ຈະປັບປຸງ ແລະ ພັດທະນາການພົວພັນກັບບັນດາປະເທດທີ່ເຄີຍເປັນປໍລະປັກ ຫຼື ສູ້ຢັນກັບ  ສປປ.ເກົາຫຼີ, ແຕ່ເນັ້ນໜັກວ່າ: ບັນດາປະເທດນີ້ ຕ້ອງເຄົາລົບອຳນາດອະທິປະໄຕ ກໍ່ຄືມີການກະທຳສະໜິດສະໜົມກັບ ສປປ.ເກົາຫຼີ.

 

ຕອບກັບ

ຂ່າວ/ບົດ​ອື່ນ