ສປປ.ເກົາຫຼີກ່າວປະນາມແຜນການຊ້ອມຮົບຮ່ວມອາເມລິກາ-ຍີ່ປຸ່ນ

(VOVWORLD) -ວັນທີ 22 ກຸມພາ, ຄະນະກຳມະການສັນຕິພາບແຫ່ງຊາດຂອງສປປ.ເກົາຫຼີ ໄດ້ກ່າວປະນາມແຜນການຂອງອາເມລິກາ ແລະ ຍີ່ປຸ່ນ ທີ່ໄດ້ດຳເນີນການຊ້ອມຮົບຮ່ວມດ້ວຍການຍິງລູກສອນໄຟ, ເຊິ່ງເອີ້ນນີ້ແມ່ນ “ການກະທຳເກາະຜິດດ້ານການທະຫານທີ່ອັນຕະລາຍ, ເປີດສາກສົງຄາມ”.

ສປປ.ເກົາຫຼີກ່າວປະນາມແຜນການຊ້ອມຮົບຮ່ວມອາເມລິກາ-ຍີ່ປຸ່ນ - ảnh 1ສປປ.ເກົາຫຼີກ່າວປະນາມແຜນການຊ້ອມຮົບຮ່ວມອາເມລິກາ-ຍີ່ປຸ່ນ

(ພາບປະກອບ: Kyodo/TTXVN)

ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຖະແຫຼງການຂອງຄະນະກຳມການດັ່ງກ່າວໂດຍຖືວ່າ, ການຊ້ອມຮົບອາເມລິກາ - ຍີ່ປຸ່ນ “ເພື່ອແນໃສ່ທຳລາຍບັນຍາກາດປັບປຸງການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ໃນແຫຼມເກົາຫຼີ ເຊິ່ງບັນດາຝ່າຍຈົ່ງມານະພະຍາຍາມຈຶ່ງສາມາດສ້າງໄດ້”. ຄະນະກຳມະການດັ່ງກ່າວເນັ້ນໜັກວ່າ, ການຊ້ອມຮົບດັ່ງກ່າວມີລັກສະນະກະຫາຍສົງຄາມ ແລະ ເປັນອັນຕະລາຍກວ່າເມື່ອຂອບຂະໜາດໄດ້ຮັບການເປີດກວ້າງຍິ່ງກວ່າເວລາໃດໝົດ.

        ຕາມແຜນການ, ຄາດຄະເນວ່າ ກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ແລະ ທະຫານເຮືອອາເມລິກາ ຈະດຳເນີນການຊ້ອມຮົບຮ່ວມປະຈຳປີທີ່ແກ່ຍາວໃນອາທິດໜຶ່ງ ນັບແຕ່ວັນທີ 23 ກຸມພາ, ໂດຍມີການເຂົ້າຮ່ວມຂອງບັນດາກຳລັງທັບອາກາດອາເມລິກາ ແລະ ຍີ່ປຸ່ນ, ກໍຄືກຳລັງທະຫານເຮືອສູ້ຮົບທາງບົກຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ