ສປປ​.​ເກົາຫຼີ​ກ່າວ​ໂທດ​ສ.​ເກົາຫຼີ​ເກາະ​ຜິດ​ທ້າ​ທາຍ​ດ້ານການ​ທະຫານ

ສປປ​.​ເກົາຫຼີ​ກ່າວ​ໂທດ​ສ.​ເກົາຫຼີ​ເກາະ​ຜິດ​ທ້າ​ທາຍ​ດ້ານການ​ທະຫານ - ảnh 1
(ພາບປະກອບ)

(vovworld) – ການ​ພົວພັນ​ລະຫວ່າງ ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ ສືບ​ຕໍ່​ເຄັ່ງ​ຕຶງ​ ພາຍຫລັງ​ເຫດ​ກ່ຳ​ປັ່ນ ສ.​ເກົາຫຼີ ຍິງ​ປືນ​ກ່າວເຕືອນ​ກ່ຳ​ປັ່ນ​ລາດຕະ​ເວນ​ຂອງ ສປປ.​ເກົາຫຼີ. ວັນ​ທີ 25/10, ອຳນາດ​ການ​ປົກຄອງ ສປປ.​ເກົາຫຼີ ຕຳ​ໜິຕິ​ຕຽນເລື່ອງ ສ.​ເກົາຫຼີ ຍິງ​ປືນກ່າວ​ເຕືອນ​ກ່ຳ​ປັ່ນ​ລາດຕະ​ເວນ​ຂອງ​ປະ​ເທດ​ນີ້​ແມ່ນ “ການ​ກະທຳ​ເກາະ​ຜິດ​ທ້າ​ທາຍ​ດ້ານການ​ທະຫານ​ຢ່າງ​ຮ້າຍ​ແຮງ”. ກ່ອນໜ້າ​ນັ້ນ, ​ໃນ​ວັນ​ດຽວ​ກັນ, ກອງທັບ ສ.​ເກົາຫຼີ ປະກາດ ​ໄດ້​ຍິງປຶ​ນກ່າວ​ເຕືອນ​ກ່ຳ​ປັ່ນ​ລາດຕະ​ເວນ​ຂອງ ສປປ. ​ເກົາຫຼີ 5 ຄັ້ງ ​ເມື່ອກ່ຳປັ່ນລຳ​ນີ້​​ເຂົ້າ​ເຂດ​ທະ​ເລ​ຂອງ ສ.​ເກົາຫຼີ ​ໃນວັນ​ທີ 24/10. ພາຍຫລັງ​​​ໄດ້​ຮັບກ່າວ​ເຕືອນ, ກ່ຳ​ປັ່ນ​ຂອງ ສປປ.​ເກົາຫຼີ ​ໄດ້​ກັບ​ຄືນ ​ແລະ 2 ຝ່າຍ​ບໍ່​ເກີດຂຶ້ນການ​ປະ​ທະ​ກັນ​ໃດ.

 

 

ຂ່າວ/ບົດ​ອື່ນ