ສປປ.ເກົາຫຼີກຽມພ້ອມເຊື່ອມຕໍ່ການເຈລະຈາ6ຝ່າຍໂດຍບໍ່ມີເງື່ອນໄຂລ່ວງໜ້າ

ສປປ.ເກົາຫຼີກຽມພ້ອມເຊື່ອມຕໍ່ການເຈລະຈາ6ຝ່າຍໂດຍບໍ່ມີເງື່ອນໄຂລ່ວງໜ້າ - ảnh 1
ທ່ານ Choe Ryong Hae ແລະ ທ່ານ Sergei Lavrov
(ພາບ: AP)

(vovworld) – ວັນ​ທີ 20/11, ທ່ານ​ລັດ​ຖະ​ມົນ​ຕີ​​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ໃຫ້​ຮ​ູ້​ວ່າ: ສ​ປ​ປ ເກົາຫຼີ ກຽມ​ພ້ອມ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ໃນ​ແຫຼມ ເກົາຫຼີ ໂດຍບໍ່​ມີ​ເງື່ອນ​ໄຂ​ລ່​ວງ​ໜ້າ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ກັບ​ທ່ານ Choe Ryong Hae ​ທີ່ພວມ​ຢູ່​ຢ້ຽມ​ຢາມ​ລັດ​ເຊຍ ​ໃນ​ຖາ​ນະ​ເປັນ​ທູດ​ພິ​ເສດ​ຂອງ​ການ​ນຳ ສ​ປ​ປ ເກົາຫຼີ Kim Jong Un, ທ່ານ​ Lavrov ຊີ້​ແຈ້​ງວ່າ: ຝ່າຍ ລັດ​ເຊຍ “ໄດ້​ຮັບ​ການ​ຢັ້ງ​ຢືນ​ວ່າ ພຽງ​ຢາງ ກຽມ​ພ້ອມ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ 6 ຝ່າຍ​ໂດຍບໍ່​ມີ​ເງື່ອນ​ໄຂ​ລ່ວງ​ໜ້າ, ບົນ​ພື້ນ​ຖານ​ຖະ​ແຫຼງ​ການ​ຮ່ວມ​ທີ່​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ໄດ້​ຮັບ​ຮອງ​ເອົາ​ເມື່ອ​ເດືອນ 9/2005”. ຕາມ​ທ່ານ Lavrov ແລ້ວ, ທ່ານ Choe ໄດ້​ຝາກ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ສານ​ຈາກ​ການ​ນຳ Kim Jong Un “ຢັ້ງ​ຢື​ນ​ພ້ອມ​ແລ້ວ​ທີ່​ຊຸກຍູ້​ການ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາຫຼີ ແລະ ລັດ​ເຊຍ ກໍ່​ຄື​ຮ່ວມ​ມື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ແຫຼມ ເກົາຫຼີ”. ຄຽງ​ຄ້າງ​ນັ້ນ, ທ່ານ Lavrov ກໍ່ເນ​ັ້ນ​ໜັກ​​ເຖິງການ​ພົວ​ພັນ​ການ​ຄ້າ ແລະ ເສ​ດ​ຖະ​ກິດ​ລະ​ຫວ່າງ ລັດ​ເຊຍ ແລ​ະ ສ​ປ​ປ ເກົາຫຼີ “ພວມ​ບັນ​ລຸ​​ລະ​ດັບ​ສູງ​ໃໝ່”, ​ໃຫ​້​ຮູ້​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຮ່ວມ​ມື​ໃນ​ອະ​ນາ​ຄົດ ແລະ ມົດ​ສ​ກູ ກຽມ​ພ້ອມ​ດຳ​ເນີນ​ການ​ພົບ​ປະ​​ໃນ​ທຸກ​ຂັ້ນ, ລວມ​ມີ​ຂັ້ນ​ສຸດຍອດ, ໃນ​ຂອ​ບເຂດ​ທີ່ 2 ປະ​ເທດ​​ໄດ​້ເຫັນ​ດີ​ເປັນ​ເອ​ກະ​ພາ​ບ​ນຳ​ກັນ.



ຂ່າວ/ບົດ​ອື່ນ