ພາບປະກອບຈາກສຳນັກຂ່າວສານຫວຽດນາມ
(vovworld) – ວັນທີ 3/8, ສຳນັກຂ່າວສານ Yonhap ໄດ້ຄັດແຫຼ່ງຂ່າວຈາກຫົວໜ້າສະພາເສນາທິການທະຫານປະສົມຂອງ ສ ເກົາຫຼີ (JCS) ໂດຍໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີລູກໜຶ່ງເຂົ້າເຂດນ່ານທະເລເຂດທາງທິດຕາເວັນອອກຂອງປະເທດນີ້ ໃນເວລາ 7 ໂມງ 50 ນາທີຕອນເຊົ້າຕາມເວລາທ້ອງຖິ່ນ (ກົງກັບ 5ໂມງ50ນາທີ ຕາມເວລາ ຫວຽດນາມ). ນີ້ແມ່ນເຫດຍິງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງ ສປປ ເກົາຫຼີ ໄດ້ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ຫ້າມປະເທດນີ້ພັດທະນາບັນດາເຕັກໂນໂລຢີນິວເຄຼຍ ແລະ ລູກສອນໄຟ. ກ່ອນນີ້ 2 ອາທິດ, ສປປ ເກົາຫຼີ ກໍ່ໄດ້ຍິງລູກສອນໄຟນຳວິທີ 3 ລູກຈາກກ່ຳປັ່ນດຳນ້້ຳ, ຊຶ່ງໄດ້ຮັບການຢັ້ງຢືນທີ່ໄດ້ກຳນົດແມ່ນລູກສອນໄຟ Scud. ບັນດາລູກສອນໄຟນີ້ໄດ້ຮັບຖືວ່າມີໄລຍະຍິງປະມານ 500 – 600 ກມ ກ່ອນທີ່ຕົກລົງສູ່ທະເລຍີ່ປຸ່ນ.