ສປປ.ເກົາຫຼີຍິງລູກສອນໄຟປະລາໄຊ

ສປປ.ເກົາຫຼີຍິງລູກສອນໄຟປະລາໄຊ - ảnh 1
(ພາບ​ປະ​ກອບ: KCNA)

(vovworld) - ​​ວັນ​ທີ 31/05, ສຳ​ນັກ​ຂ່າວ​ສານ Yonhap ຂອງ​ສ.ເກົາ​ຫຼີ ໃຫ້​ຂ່າວ​ວ່າ, ສປປ.ເກົາ​ຫຼີ ໄດ້​ຍິງ​ລູກ​ສອນ​ໄຟ​ລູກ​ໜຶ່ງ ທີ່​ໄດ້​​ຮັບ​ຖືວ່າ​​ແມ່ນລູກ​ສອນ​ໄຟ​ໄລ​ຍະ​ກາງ​​ລ້າ​ສຸດ​​ຂອງ​ປະ​ເທດນີ້ ແລະ ​ເບິ່ງ​ຄື​ວ່າ​ໄ​ດ້​ຖືກ​ປະ​ລາ​ໄຊ. Yonhap ໄດ້​ຄັດ​ຄຳ​ເວົ້​າ​ຂອງ​ເ​ຈົ້າ​ໜ້າ​ທີ່​ການ​ທະ​ຫານ​ສ.ເກົ​າ​ຫຼີ ໂດຍ​ໃຫ້​ຮູ້​ວ່າ, ກາ​ນ​ກະ​ທຳ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໄປ​ໃນ​ເວ​ລາ​ 3 ໂມງ 20 ນາ​ທີ (ຕາມ​ເວ​ລາ​ຫວຽດ​ນາມ), ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ນັ້ນອາ​ດ​ຈະ​ແມ່ນ​​ຊະ​ນິດ Musudan. ກ່ອນ​ໜ້ານັ້ນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາ​ຫຼີ ໄດ້​ຄົ້ນ​ພົບ​ບັນ​ດາ​ສັນ​ຍານ​ກ່ຽວ​ກັບ​ເລື່ອງ​ສ​ປ​ປ.ເກົາ​ຫຼີ ພວມ​ກະ​ກ​ຽມ​ຍິງ​ລູກ​ສອນ​ໄຟນ​ຳ​ວິ​ຖີ ແລະ ຮັກ​ສາ​ສະ​ພາບ​ກຽມ​ພ້ອມ​ການ​ສູ້​ຮົບ​ສູງ. ຕາມ​ ແຫຼ່​ງ​ຂ່າວ​ຂອງກອງ​​ທັບ​ສ​.ເກົາ​ຫຼີ ແລ້ວ, ສ​ປ​ປ.ເກົາ​ຫຼີ ໄດ້​ຜັນ​ຂະ​ຫຍາຍ​​ລູກ​ສອນ​ໄພ​ນຳ​ວິ​ຖີ​ໄລ​ຍະ​ກາງຈຳ​ນວນ​ໜຶ່ງໃນຖ​ານ​ຍິງ​ເຄື່ອນ​ທີ່​ຢູ່​​ແຄມເຂດ​ທະ​ເລ Wonsan, ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ປະ​ເທດນີ້. ​ກອງ​ທັບ ຍີ່​ປຸ່ນ ກໍ​ໄດ້​ຈັດ​ໃຫ້​ກອງ​ທັບ​ຢູ່ໃນ​ສະ​ພາ​ວະ​ກຽມ​ພ້ອມ​​ສະ​ກັດຕີ​ບໍ່​ວ​່າ​ລູກ​ສ​ອນ​ໄ​ຟ​ຂອງ​ສ​ປ​ປ.ເກົາ​ຫຼີ ​ທ​ຸກ​ປະ​ເພດຖ້າ​ຫາກ​ລູກ​ສອນ​ໄຟ​ນີ້​ຖືກ​ຍິງ​ເຂົ້າ​​ໃນເຂດ​ດິນ​ແດນ​ຂອງ​ຍີ່​ປຸ່ນ.

ຂ່າວ/ບົດ​ອື່ນ