ສປປ.ເກົາຫຼີທຳການບຸກໂຈມຕີແບບສັນນິຖານ

(VOVWORLD) -ວັນທີ 26 ສິງຫາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ, ການນຳສປປ.ເກົາຫຼີ Kim Jong un ໄດ້ຕິດຕາມການບຸກໂຈມຕີແບບສັນນິຖານໃສ່ບັນດາເກາະຂອງສ.ເກົາຫຼີ ທີ່ຢູ່ໃກ້ເຂດຊາຍແດນທາງທິດຕາເວັນຕົກ.
ສປປ.ເກົາຫຼີທຳການບຸກໂຈມຕີແບບສັນນິຖານ - ảnh 1  (ພາບປະກອບ: Yonhap/TTXVN)

ໃນການບຸກໂຈມຕີແບບສັນນິຖານຢູ່ບັນດາເກາະ Baengnyeong ແລະ Yeonpyeong, ບັນດາເຮືອບິນຂອງສປປ.ເກົາຫຼີ ໄດ້ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍ, ໃນຂະນະທີ່ບັນດາຖານຍິງລູກສອນໄຟ ແລະ ປືນໃຫຍ່ອັດຕະໂນມັດໄດ້ຍິງໃສ່ເກາະຕ່າງໆ. ມີພົນທະຫານບາງຄົນຂຶ້ນກັບກຳລັງສະເພາະກິດໄດ້ໂດດຈ້ອງລົງເກາະ, ໃນຂະນະທີ່ບັນດາພົນທະຫານອື່ນໆໄດ້ບຸກເຂົ້າດ້ວຍເຮືອໂດຍບັງເອີນ.

        ບັນດາການເຄື່ອນໄຫວດັ່ງກ່າວຖືກດຳເນີນໃນສະພາບກອງທັບອາເມລິາ - ສ.ເກົາຫຼີ ພວມດຳເນີນການຊ້ອມຮົບຮ່ວມທີ່ມີຊື່ວ່າ “ຜູ້ປົກປ້ອງຄວາມເສລີ Ulchi”, ຄາດວ່າຖືກແກ່ຍາວເປັນເວລາ 10 ວັນ, ນັບແຕ່ວັນທີ 21 ສິງຫາ ຢູ່ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ