ສປປ.ເກົາຫຼີຢືນຢັນການຍິງທົດລອງລູກສອນໄຟນຳວິຖີຄັ້ງຫຼ້າສຸດ

(VOVWORLD) -ຕອນເຊົ້າວັນທີ 30 ພຶດສະພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ຢືນຢັນການຍິງທົດລອງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງປະເທດນີ້ ໃນວັນທີ 29 ພຶດສະພາ. 
ສປປ.ເກົາຫຼີຢືນຢັນການຍິງທົດລອງລູກສອນໄຟນຳວິຖີຄັ້ງຫຼ້າສຸດ - ảnh 1 (ພາບປະກອບ: AFP/TTXVN)

ນີ້ແມ່ນການຍິງທົດລອງລູກສອນໄຟຄັ້ງທີ 3 ໃນຮອບເວລາ 1 ເດືອນຜ່ານມາຂອງພຽງຢາງ. ພາກຂ່າວຂອງ KCNA ເນັ້ນໜັກວ່າ, ການນຳສປປ.ເກົາຫຼີ Kim Jong Un ໄດ້ຊີ້ນຳການຍິງທົດລອງລູກສອນໄຟໂດຍກົງ ໂດຍໄດ້ຄວບຄຸມດ້ວຍລະບົບພາທາງແມ່ນຍຳສູງ, ພ້ອມທັງອອກຄຳສັ່ງພັດທະນາບັນດາປະເພດອາວຸດຍຸດທະສາດທີ່ມີຄວາມແຮງທຳລາຍໃຫຍ່ຫຼວງກວ່າ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 29 ພຶດສະພາ, ສປປ.ເກົາຫຼີ ໄດ້ດຳເນີນການຍິງທົດລອງລູກສອນໄຟນຳວິຖີລູກໜຶ່ງຈາກສະຖານທີ່ໃກ້ກັບສະໜາມບິນ Wonsan, ຂຶ້ນກັບແຂວງ Gangwon ຂອງປະເທດນີ້, ກ່ອນທີ່ລູກສອນໄຟຖືກຖືວ່າໄດ້ຕົກໃສ່ເຂດເສດຖະກິດພິເສດບົນທະເລຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ