(vovworld)- ວັນທີ 13/2, ວິທະຍຸກະຈາຍສຽງ ໂທລະພາບ ສູນກາງ ສປປ ເກົາຫລີ ໄດ້ແຜ່ພາບvideoກ່ຽວກັບເຫດຍິງລູກສອນໄຟຫນ້າດິນຕ້ານດິນ Pukguksong – 2 ຊື່ງພຽງຢາງປະຕິບັດກ່ອນນັ້ນມື້ຫນຶ່ງ. ບັນດາຮູບພາບດັ່ງກ່າວໃຫ້ເຫັນວ່າ: ລູກສອນໄຟຖືກຍິງຈາກຫນຶ່ງໃນບັນດາຖານຍິງລູກສອນໄຟທີ່ຫາກໍໄດ້ຮັບການພັດທະນາກ່ອນທີ່ຍິງຂຶ້ນ. ຕາມສະພາເສນາທິການທະຫານປະສົມ ສເກົາຫລີ ແລ້ວ, ລູກສອນໄຟນຳວິຖີດັ່ງກ່າວຖືກຍິງຈາກຖານທີ່ໝັ້ນກອງທັບອາກາດ Banghyon ຂຶ້ນກັບທິດເຫນຶອແຂວງ Pyongan, ທາງທິດຕາເວັນຕົກ ສປປ ເກົາຫລີ ແລະ ບິນສູ່ ທິດຕາເວັນອອກໄດ້ໄລຍະທາງປະມານ 500 ກີໂລແມັດ ກ່ອນທີ່ຕົກໃສ່ທະເລຍີ່ປຸ່ນ. ໃນຂະນະນັ້ນ ສປປ ເກົາຫລີ ຖະແຫລງວ່າ ລູກສອນໄຟປະເພດດັ່ງກ່າວນຳໃຊ້ເຊື້ອເພິງແຂງ, ອະນຸຍາດໃຫ້ພຽງຢາງຍິງລູກສອນໄຟໂດຍບັງເອີນ ຊື່ງ ເຊີອູນ ແລະ ວໍຊິງຕັນ ຍາກທີ່ຈະພົບເຫັນກ່ອນໄດ້ .
ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽງໂຮມການປະຊຸມດ່ວນເພື່ອປຶກສາຫາລືກ່ຽວກັບກໍລະນີຍິງລູກສອນໄຟວິຖີຄັ້ງຫລ້າສຸດຂອງ ສປປ ເກົາຫລີ. ສິ້ນສຸດການປະຊຸມລັບ, ບັນດາປະເທດສະມາຊິກອົງການມີສິດອຳນາດສູງສຸດຂອງ ສປຊ ໄດ້ເຫັນດີກ່າວປະນາມກໍລະນີຍິງລູກສອນໄຟຂອງພຽງຢາງ ພ້ອມທັງ ກ່າວເຕືອນຈະນຳໃຊ້ບັນດາມາດຕະການລົງໂທດຢ່າງແຮງ ສຳລັບພຽງຢາງ.