ພາບປະກອບ:internet
|
(vovworld)-ວັນທີ 10/7, ສປປ ເກົາຫລີ ແລະ ສເກົາຫລີ ໄດ້ເຫັນດີບົນຫລັກການຈະຈັດຕັ້ງການປຶກສາຫາລືກ່ຽວກັບລາຍການເຕົ້າໂຮມກັນຂອງບັນດາຄອບຄົວທີ່ພັດພາກຈາກກັນໃນສະພາບການພົບປະລະຫວ່າງບັນດາເຈົ້າຫນ້າທີ່ສອງພາກເກົາຫລີເພື່ອເຊື່ອມຕໍ່ການເຄື່ອນໄຫວຢູ່ເຂດອຸດສາຫະກຳຮ່ວມ Kaesong ບໍ່ບັນລຸຄວາມຄືບຫນ້າ. ຕາມກະຊວງທ້ອນໂຮມປະເທດເປັນເອກະພາບຂອງ ສເກົາຫລີ ແລ້ວ, ສປປ ເກົາຫລີ ກໍສະເຫນີຈັດຕັ້ງບັນດາການເຈລະຈາຢ່າງເປັນທາງການກ່ຽວກັບການເຊ່ືອມຕໍ່ບັນດາລາຍການທ່ອງທ່ຽວເຖິງພູ Kumgang ຄືນໃຫມ່. ກະຊວງດັ່ງກ່າວໃຫ້ຮູ້ວ່າ: ພຽງຢາງ ຢາກດຳເນີນການເຈລະຈາກ່ຽວກັບບັນດາລາຍການທ່ອງທ່ຽວດັ່ງກ່າວໃນວັນທີ 17/7 ແລະ ຈັດຕັ້ງການພົບປະສົນທະນາຕ່າງຫາກກ່ຽວກັບບັນຫາເຕົ້າໂຮມຂອງບັນດາຄອບຄົວທີ່ພັດພາກຈາກກັນໃນວັນທີ 19/7 ຈະມາເຖິງ. ສະຖານທີ່ຂອງການພົບປະດັ່ງກ່າວອາດຈະດຳເນີນໄປຢູ່ເຂດພັກຜ່ອນບຳລຸງສຸຂະພາບຢູ່ ພູ Kumgang ຫລືເຂດອຸດສາຫະກຳຮ່ວມ Kaesong.