ນາຍົກລັດຖະມົນຕີ ສ ເກົາຫຼີ
(ພາບ:ສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 27/6, ສປປ ເກົາຫຼີ ໄດ້ສະເໜີຈັດຕັ້ງກອງປະຊຸມກັບ ສ. ເກົາຫຼີ ເພື່ອແນໃສ່ປຶກສາຫາລືກ່ຽວກັບການສ້າງຄວາມເປັນເອກະພາບ ແລະ ສັນຕິພາບໃນແຫຼມ ເກົາຫຼີ ຄືນໃໝ່. ຕາມສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ແລ້ວ, ຂໍ້ສະເໜີດ່ັງກ່າວໄດ້ຍົກອອກມາໃນຈົດໝາຍຝາກເຖິງເຈົ້າໜ້າທີ່ ສ. ເກົາຫຼີ. ຕາມນັ້ນແລ້ວ, ພຽງຢາງ ສະເໜີຈັດຕັ້ງການພົບປະໃນວັນທີ 15/8 ຈະມາເຖິງຢູ່ນະຄອນຫຼວງ ພຽງຢາງ ຫຼື ນະຄອນຊາຍແດນ Kaesong ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາພັກຝ່າຍການເມືອງ, ບັນດາອົງການ, ເຈົ້າໜ້າທີ່ ສປປ ເກົາຫຼີ, ສ. ເກົາຫຼີ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນ, ສປປ ເກົາຫຼີ ກໍ່ສະເໜີການຕິດຕໍ່ພົວພັນຂັ້ນນັກຊ່ຽວຊານເພື່ອປືກສາຫາລືເລື່ອງສ້າງຕັ້ງກຳມາທິການກະກຽມລວມໃຫ້ແກ່ກອງປະຊຸມຢູ່ສະຖານທີ່ດັ່ງກ່າວ.