ສປປເກົາຫຼີຕັດການຕິດຕໍດ້ານການທະຫານທັງໝົດກັບ ສເກົາຫຼີຢ່າງເປັນທາງການ
(ພາບ: ອິນເຕີແນດ)
(vovworld) - ພາຍຫຼັງອອກຄຳສັ່ງໃຫ້ພົນລະເມືອງ ສເກົາຫຼີ ທຸກຄົນຕ້ອງຖອນອອກຈາກເຂດອຸດສາຫະກຳຮ່ວມ Kaesong ກ່ອນເວລາ 17 ໂມງ (ເວລາ ສປປເກົາຫຼີ), ວັນທີ 12/2, ພຽງຢາງ ກໍ່ຖະແຫຼງຈະຕັດການຕິດຕໍດ້ານການທະຫານທັງໝົດກັບ ສເກົາຫຼີ. ສປປ ເກົາຫຼ ີກໍ່ຕິດປະກາດ ແລະ ຕີກາໃສ່ຊັບສົມບັດ ແລະ ອຸປະກອນທັງໝົດຂອງຝ່າຍ ສເກົາຫຼີ ຢູ່ເຂດອຸດສາຫະກຳຮ່ວມ Kaesong, ທັງຫັນເຂດນີ້ເປັນເຂດການທະຫານ.
ການກະທຳດັ່ງກ່າວຖືກຍົກອອກມາ, ພາຍຫຼັງທີ່ ສເກົາຫຼີ ຖະແຫຼງຢຸດຕິການເຄື່ອນໄຫວທັງໝົດຢູ່ ເຂດອຸດສາຫະກຳຮ່ວມ Kaesong, ເຊິ່ງຖືກຖືວ່າແມ່ນສັນຍາລັກສຸດທ້າຍຂອງວິວັດທະນາການໄກ່ເກ່ຍລະຫວ່າງ ສປປເກົາຫຼີ ແລະ ສເກົາຫຼີ ພຽງ 1 ວັນເທົ່ານັ້ນ.