(vovworld) – ອາທິດຜ່ານມາ, ສື່ມວນຊົນ ກຳປູເຈຍ ໄດ້ອອກຫຼາຍຂ່າວ, ບົດທີ່ສ່ອງແສງການເຄື່ອນໄຫວລົງທຶນພັດທະນາວົງຄະນະຍາດຂອງກຸ່ມບໍລິສັດ ຮ່ວາງແອງຢາລາຍຂອງ ຫວຽດນາມ ຢູ່ແຂວງ Ratanakiri, ບ່ອນທີ່ກຸ່ມບໍລິສັດດັ່ງກ່າວພວມມີໂຄງການລົງທຶນໃນຂົງເຂດປູກຄໍ້ ແລະ ຢາງພາລາ. ໜັງສືພິມໃຫຍ່ 3 ສະບັບຂອງກຳປູເຈຍ ຄື: ແສງສະຫວ່າງ ກຳປູເຈຍ, ກຳປູເຈຍ ໃໝ່, ເກາະສັນຕິພາບ ລ້ວນແຕ່ມີບົດ ແລະພາບກ່ຽວກັບຄະນະທ່ານໝໍໂຮງໝໍມະຫາວິທະຍາໄລການຢາ ຮ່ວາງແອງຢາລາຍ ກວດພະຍາດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນເມືອງ Koun Mom, ແຂວງ Ratanakiri ໃນວັນທີ 1/6 ຜ່ານມາ. ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ໂຄງການ “ລົງທຶນພັດທະນາວົງຄະນະຍາດ” ຂອງກຸ່ມບໍລິສັດ ຮວາງແອງຢາລາຍ ຢູ່ແຂວງ Ratanakiri, ດ້ວຍຍອດມູນຄ່າປະມານ 10 ລ້ານ USD. ຊ່ອງໂທລະພາບໃຫຍ່ຈຳນວນໜຶ່ງກຳປູເຈຍ ຄື: Bayon, TV, CNC... ກໍ່ໄດ້ໃຫ້ຂ່າວ ແລະ ບົດສາລະຄະດີ ກ່ຽວກັບການເຄື່ອນໄຫວລົງທຶນ ແລະ ຜັນຂະຫຍາຍໂຄງການ“ລົງທຶນພັດທະນາວົງຄະນະຍາດ” ຂອງກຸ່ມບໍລິສັດ ຮວາງແອງຢາລາຍ ຢູ່ກຳປູເຈຍ.