(VOVWORLD) - ຂ່າວກ່ຽວກັບພິທີໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນ ເຊິ່ງສື່ມວນຊົນ ຈີນ ໄດ້ລົງຂ່າວເປັນຈຳນວນຫຼາຍ.
ຂ່າວກ່ຽວກັບພິທີໄຂກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ເອົາລົງໃນສຳນັກຂ່າວສານຊິນຮວາ
|
ໜັງສືພິມ ເຢິນໝິນຈືປາວ ໄດ້ຄັດສະເໜີບົດລາຍງານການເມືອງ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໂດຍໄດ້ຢັ້ງຢືນເປົ້າໝາຍສັງເຂບຂອງພັກກອມມູນິດ ຫວຽດນາມ ແມ່ນ: ຍົກສູງຄວາມສາມາດໃນການ, ຄວາມສາມາດໃນການກຳສິດອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ; ກໍ່ສ້າງພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງ, ເຂັ້ມແຂງຢ່າງຮອບດ້ານ; ປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ; ສູ້ຊົນຮອດກາງສະຕະວັດທີ 21 ກາຍເປັນປະເທດພັດທະນາ. ນອກຈາກນັ້ນ, ໜັງສືພິມດັ່ງກ່າວ ກໍໄດ້ລົງພິມຢ່າງຄົບຖ້ວນເນື້ອໃນສານອວຍພອນຂອງພັກກອມມູນິດ ຈີນ ທີ່ຝາກເຖິງກອງປະຊມໃຫຍ່ອີກດ້ວຍ.
ໃນເວັບໄຊ The Paper ກໍໄດ້ລົງບົດຂຽນ ເນັ້ນໜັກເຖິງບັນດາທິດທາງ ແລະ ເປົ້າໝາຍພັດທະນາປະເທດຊາດຂອງ ຫວຽດນາມ ໃນອະນາຄົດທີ່ໄດ້ວາງອອກ ແລະ ກຳນົດໃນກອງປະຊຸມໃຫຍ່ຄັ້ງນີ້, ພ້ອມທັງຢັ້ງຢືນວ່າ ໝາກຜົນຍິ່ງໃຫຍ່ຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນເປັນຈຳນວນຫຼວງຫຼາຍ.
ບິກທ້ວນ, ນັກຂ່າວ VOV ປະຈຳ ຈີນ